Thursday, September 26, 2024
Homeຂ່າວພາຍໃນທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ປັບປຸງກົນໄກການຮ່ວມມື

ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ປັບປຸງກົນໄກການຮ່ວມມື

ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ກະຊວງການເງິນ ໄດ້ຈັດກອງປະຊຸມຮ່ວມພົບປະປຶກສາຫາລື 2 ຝ່າຍ ຂຶ້ນໃນວັນທີ 22 ພຶດສະພາ ນີ້ ທີ່ ທຫລ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອຍົກສູງການຮ່ວມມື ເພື່ອແກ້ໄຂວຽກງານການຄຸ້ມຄອງການເງິນ-ເງິນຕາ, ສະຫຼຸບຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດຕາມການຕົກລົງຂອງກອງປະຊຸມ ຄັ້ງວັນທີ 25 ພະຈິກ 2022 ຜ່ານມາ ຊຶ່ງມີວຽກງານການປັບປຸງກົນໄກການກໍານົດມາດຕະການກົນໄກການນໍາເຂົ້າສິນຄ້າຟຸ່ມເຟືອຍ; ການແກ້ໄຂໜີ້ສິນຮ່ວມກັນ; ການປັບປຸງກົນໄກການເກັບລາຍຮັບເປັນເງິນຕາຕ່າງປະເທດ; ການທົບທວນຄືນບັນດານິຕິກໍາ-ລະບຽບການ ລະຫວ່າງ 2 ຂະແໜງການ ແລະ ວຽກງານອື່ນໆ. ຜ່ານການປຶກສາຫາລືຂອງກອງປະຊຸມໄດ້ຕົກລົງ ແລະ ເປັນເອກະພາບຢ່າງສູງຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານການຄຸ້ມຄອງການເງິນ-ເງິນຕາ ຮ່ວມກັນ ໂດຍການແຕ່ງຕັ້ງຄະນະກຳມະການ ເພື່ອຄົ້ນຄວ້າກຳນົດ ລາຍການສິນຄ້ານຳເຂົ້າ, ປັບປຸງກົດໝາຍ ແລະ ນິຕິກຳອື່ນໆ ທີ່ປິ່ນອ້ອມໃນວຽກງານຄຸ້ມຄອງການນຳເງິນສົດເຂົ້າ-ອອກ ສປປ ລາວ, ການຄຸ້ມຄອງເງິນຕາຕ່າງປະເທດຕິດພັນກັບລາຍຮັບງົບປະມານຂອງລັດ ແລະ ວຽກງານອື່ນໆ ເພື່ອໃຫ້ການເຄື່ອນໄຫວວຽກງານຄຸ້ມຄອງການເງິນ-ເງິນຕາໃຫ້ມີຄວາມຄ່ອງຕົວ ແລະ ຮັດກຸມຍິ່ງຂຶ້ນ.

ພາຍຫຼັງສຳເລັດກອງປະຊຸມທັງສອງຝ່າຍຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນການປັບປຸງກົນໄກການຮ່ວມມື ແລະ ການເຊັນຢັ້ງຢືນເອກະສານສຳຄັນຮ່ວມກັນ.

ຂ່າວ: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ

ພາບ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments