Thursday, September 26, 2024
Homeຂ່າວການເມືອງທູດລາວ ປະຈຳຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງກາວບັງ ແລະ ລາງເຊີນ

ທູດລາວ ປະຈຳຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງກາວບັງ ແລະ ລາງເຊີນ

ເມື່ອບໍ່ດົນມານີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັງ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຮວາງ ຊວນ ແອ່ງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນແຂວງກາວບັງ ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັງ.

ໂອກາດນີ້, ສະຫາຍ ຮວາງ ຊວນ ແອ່ງ ໄດ້ລາຍງານວ່າ ແຂວງກາວບັງເປັນແຂວງທີ່ຕັ້ງຢູ່ເຂດພູດອຍມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ, ມີພົນລະເມືອງ 5 ແສນກວ່າຄົນ ສ່ວນໃຫຍ່ແມ່ນຊົນເຜົາໄຕ ແລະ ຊົນເຜົ່ານົງ ກວມເອົາ 78% ຂອງພົນລະເມືອງທັງໝົດ, ບໍ່ມີຊາຍແດນຕິດກັບບັນດາແຂວງຂອງລາວ, ແຕ່ເຖິງວ່າແຂວງບໍ່ມີຊາຍແດນຕິດກັບ ສປປ ລາວ ແຕ່ລູກຫຼານຂອງຊາວແຂວງກາວບັງກໍໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອການປະຕິວັດລາວ ໂດຍສະເພາະແມ່ນທະຫານອາສາສະໝັກຫວຽດ ນາມຊ່ວຍລາວໃນປາງສົງຄາມຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ແຂວງກາວບັງ ມີຄວາມມຸ່ງມາດປາຖະໜາຢາກຮ່ວມມືກັບບັນດາແຂວງຂອງລາວ ໂດຍສະເພາະແມ່ນແຮກສ່ຽວກັບບັນດາແຂວງທີ່ມີພູມສັນຖານໃກ້ຄຽງກັນ. ນອກຈາກນີ້, ສະຫາຍເຈົ້າແຂວງຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງຕຳແໜ່ງຢູ່ ສສ ຫວຽດນາມ ຈະເປັນຂົວຕໍ່ໃນການປະສານງານ ລະຫວ່າງ ສອງປະເທດເວົ້າລວມ, ເວົ້າສະເພາະແມ່ນແຂວງກາວບັ່ງ ແລະ ບາງທ້ອງຖິ່ນຂອງລາວ.

ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັງໃນຄັ້ງນີ້, ສະຫາຍ ແສງເພັດ ຮຸ່ງ ບຸນຍວງ ພ້ອມຄະນະໄດ້ພົບປະ ແລະ ເຮັດວຽກກັບສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັງ. ໃນການພົບປະຄັ້ງນີ້ ສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງສະມາຄົມ ເລີ່ມສ້າງຕັ້ງມາແຕ່ປີ 2013 ມີສະມາຊິກທັງໝົດ 150 ຄົນ ໃນໄລຍະຜ່ານມາໄດ້ຮັບຫຼຽນໄຊ ແລະ ການຍ້ອງຍໍຈາກລາວຫຼາຍສະຫາຍ.

ເພື່ອເຮັດໃຫ້ສາຍພົວພັນດັ່ງກ່າວໄດ້ມີຄວາມໝາຍເລິກເຊິ່ງ ແລະ ເຮັດໃຫ້ປະຊາຊົນທັງສອງປະເທດໄດ້ຮັບຮູ້ກ່ຽວກັບສາຍພົວພັນຂອງແຂວງກາວບັງ ກັບ ສປປ ລາວ ເລິກເຊິ່ງກວ່າເກົ່ານັ້ນ, ມາຮອດປີ 2022, ສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັງ ຈຶ່ງໄດ້ຂຽນປຶ້ມ ໃນຫົວຂໍ້ “ລູກຫຼານຊາວແຂວງກາວບັງຊ່ວຍການປະຕິວັດລາວ”. ມາຮອດປັດຈຸບັນແມ່ນກະກຽມພິມຈໍາໜ່າຍ, ພ້ອມດຽວກັນນັ້ນສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັງ ໄດ້ສະເໜີໃຫ້ສະຖານທູດເປັນຂົວຕໍ່ໃນການປະສານງານ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສະມາຄົມພ້ອມທັງຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຊ່ວຍການປະຕິວັດລາວໄດ້ໄປແລກປ່ຽນ ແລະ ຢ້ຽມຢາມ ສປປ ລາວ, ສະເໜີຂໍຄວາມຮ່ວມມືກັບບາງແຂວງເພື່ອແຮກສ່ຽວນຳກັນ, ສະເໜີໃຫ້ສະຖານທູດຊ່ວຍແປປຶ້ມທີ່ທາງສະມາຄົມກຳລັງຮຽບຮຽງເພື່ອພິມເປັນສອງພາສາທັງລາວ ແລະ ຫວຽດນາມ.

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາສູງຕໍ່ການນຳແຂວງກໍຄືບັນດາອົງການຈັດ ຕັ້ງມິດຕະພາບແຂວງກາວບັງ ໄດ້ເອົາໃຈໃສ່ຄົ້ນຄວ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລາວ-ຫວຽດນາມ ເປັນຂໍ້ມູນທີ່ດີໃຫ້ແກ່ປະຊາຊົນສອງຊາດ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໄດ້ສຶກສາຄົ້ນຄວ້າຮຽນຮູ້ປະຫວັດສາຍພົວພັນລາວ-ຫວຽດນາມໃຫ້ເລິກເຊິ່ງກວ່າເກົ່າ, ພ້ອມຢືນຢັນວ່າ ຈະຮັບເອົາຄຳສະເໜີຂອງສະມາຄົມໄປພິຈາລະນາເພື່ອໃຫ້ບັນລຸຕາມການສະເໜີຂອງສະມາຄົມ.

ຫຼັງຈາກນັ້ນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາງເຊີນ ໂດຍໄດ້ ພົບປະກັບ ສະຫາຍ ນາງ ດວານ ທູ ຮ່າ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງລາງເຊີນ ຊຶ່ງສະຫາຍຮອງເຈົ້າແຂວງ ລາຍງານວ່າ ແຂວງລາງເຊີນ ເປັນແຂວງນ້ອຍມີພົນລະເມືອງໜ້ອຍ, ຊົນເຜົາໄຕ ແລະ ນຸງ ກວມ 75% ຂອງພົນລະເມືອງຂອງແຂວງ ພ້ອມກັນນັ້ນກໍໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໃຫ້ຄະນະຊາບ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments