Wednesday, September 25, 2024
Homeຂ່າວຕ່າງປະເທດງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20 ສໍາເລັດຜົນຢ່າງຈົບງາມ

ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20 ສໍາເລັດຜົນຢ່າງຈົບງາມ

ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ວາງສະແດງສິນຄ້າສົ່ງອອກແຂວງກວາງຊີ ທີ່ສປປ ລາວ, ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ຫວ່າງບໍ່ດົນມານີ້, ພາຍໃນງານວາງສະແດງສິນຄ້າ ບໍລິສັດເຂົ້າຮ່ວມທັງໝົດ ຈຳນວນ 175 ບໍລິສັດ, ມີ 235 ຫ້ອງວາງສະແດງ ໃນນັ້ນມີບໍລິສັດທຸລະກິດຂອງລາວເຂົ້າຮ່ວມ, ຈາກ ສປ ຈີນ ແລະ ຈາກປະເທດໄທ.

ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ງານວາງສະແດງສິນຄ້າ ຈີນ-ອາຊຽນ ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ພາກລັດ, ພາກທຸລະກິດ ຊຶ່ງມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ເພື່ອສະໜັບສະໜູນເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ສໍາລັບ ສປປ ລາວ ໄດ້ປະກອບສ່ວນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມຕັ້ງແຕ່ປີ 2004 ທີ່ນະຄອນໜານໜິງ ເປັນຕົ້ນມາ. ປັດຈຸບັນ ສປປ ລາວ ກຳລັງສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ IX, ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ປີ 2030, ລັດຖະບານໄດ້ຜັນຂະຫຍາຍວາລະການພັດທະນາສາກົນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສປ ຈີນ ຍັງເປັນປະເທດອັນດັບໜຶ່ງ ໃນການລົງທຶນ ຢູ່ ສປປ ລາວ ດ້ວຍມູນຄ່າການລົງທຶນ 16,4 ຕື້ໂດລາ, ມີເຖິງ 933 ໂຄງການ (ຮອດເດືອນ 6/2022) ແລະ ບໍລິມາດການຄ້າຂອງສອງປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແຕ່ເດືອນ 1-7 ປີ 2022, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 23,8%, ລາວນຳເຂົ້າ 1,31 ຕື້ໂດລາ, ເພີ່ມຂຶ້ນ 32,2%; ສົ່ງອອກ 1,91 ຕື້ໂດລາ, ເພີ່ມຂຶ້ນ 18,7%. ພາຍໃນງານວາງສະແດງສິນຄ້າ ທີ່ລາວ-ໄອເຕັກ, ບໍລິສັດເຂົ້າຮ່ວມທັງໝົດ ຈຳນວນ 175 ບໍລິສັດ, ມີ 235 ຫ້ອງວາງສະແດງ ໃນນັ້ນມີບໍລິສັດທຸລະກິດຂອງລາວເຂົ້າຮ່ວມ, ຈາກ ສປ ຈີນ ແລະ ຈາກປະເທດໄທ, ສິນຄ້າທີ່ນຳມາວາງສະແດງປະກອບມີ ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໄຟຟ້າ, ກົນຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກໍາ, ນະວັດຕະກໍາພະລັງງານສະອາດ, ອຸປະກອນການແພດ ແລະ ການຢາ, ອຸປະກອນເຄື່ອງກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ.

ທ່ານ ຈ່ຽງ ຈ້າຍ ຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ປີນີ້ແມ່ນຄົບຮອບ 10 ປີ ຂອງຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ແລະ ຄົບຮອບ 20 ປີ ຂອງງານວາງສະແດງສິນຄ້າຈີນ-ອາຊຽນ, ລາວມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືໃນຂົງເຂດທີ່ພົ້ນເດັ່ນ, ຄາດວ່າຜູ້ປະກອບການລາວຈະຖືການທ່ອງທ່ຽວລາວຄັ້ງນີ້ເປັນໂອກາດໃຫ້ການຮ່ວມມືເຂົ້າຮ່ວມຫຼາຍກວ່າເກົ່າໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20, ຄົ້ນ ຄວ້າຢ່າງເລິກເຊິ່ງກາລະໂອກາດໃຫຍ່ທີ່ນຳມາໂດຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ – ອາຊຽນ, ການພັດທະນາຕະຫຼາດໃຫຍ່ຂອງຈີນ ແບ່ງປັນກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂອງຈີນ ແລະ ເຊື່ອມໂຍງເຂົ້າກັບ ຕະຫຼາດໃຫຍ່ຂອງປະເທດຕ່າງໆ ຕາມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຜ່ານເວທີງານວາງສະແດງສິນຄ້າຈີນ-ອາຊຽນ.

ພາຍໃນງານວາງສະແດງດັ່ງກ່າວຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ພົບກັບຜະລິດຕະພັນເຄື່ອງສໍາອາງ (ເສີມຄວາມງາມ) ຈາກປະເທດໄທ, ທ່ານ ນາງ ນະຣິສະຣາ ອິນທາຣາສັບ ຜູ້ອໍານວຍການບໍລິສັດ ໂຊວີເດີມ (Dr. Narisara Intarasupht M.D. Managing Director) ໄດ້ໃຫ້ສໍາພາດ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ງານວາງສະແດງສິນຄ້າສົ່ງອອກແຂວງກວາງຊີ ທີ່ ສປປ ລາວ ວ່າ: ສິນຄ້າຂອງໂຊນວີເດີມ (ຄີມເຂົ້າ) ໃຊ້ທາໃບໜ້າເຊົ້າ-ແລງກ່ອນນອນ (Absolute White Day and Night Cream) ຄີມເຂົ້າ ສະກັດຈາກທໍາມະຊາດຂອງເຂົ້າຫອມມະລິ ຊ່ວຍຮັກສາຜິວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments