Tuesday, September 24, 2024
Homeຂ່າວຕ່າງປະເທດສປ ຈີນ ເນັ້ນການພັດທະນາອາຊີກາງ ຕໍ່ຕ້ານການແຊກແຊງ ຈາກພາຍນອກ

ສປ ຈີນ ເນັ້ນການພັດທະນາອາຊີກາງ ຕໍ່ຕ້ານການແຊກແຊງ ຈາກພາຍນອກ

ສຳນັກ​ຂ່າວ AFP ທ່ານ ສີ ຈິ້ນ​ຜີ​ງ ປະທານປະ​ເທດ ສປ ຈີນ ປະກາດ​ ແຜນ​ການຍົກ​ລະດັບທ່າ​ແຮງ​ບົມຊ້ອນຂອງ​ອາຊີ​ກາງ ຄັ້ງ​ໃຫຍ່ ຕັ້ງ​ແຕ່​ ການ​ພັດທະນາລະບົບພື້ນ​ຖານໂຄງ​ລ່າງໄປຈົນ​ເຖິງການ​ສ້າງ​​ເຄືອ​ຂ່າຍການ​ຄ້າ ​ແລະ​ ວັດ​ທະ​ນະ​ທໍາ ​”ໂດຍບໍ່ມີ ການແຊກແຊງຈາກພາຍນອກ” ​ກອງ​ປະຊຸມ​ສຸດ​ຍອດຜູ້ນຳ ຈີນ-ອາຊີ​ກາງ ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ19 ພືດ​ສະພາ​ນີ້ ຢູ່ເມືອງ​ຊີ​ອານ ທາງ​ຕາ​ເວັນ​ຕົກສ່ຽງ​ເໜືອ​ຂອງ​ປະ​ເທດ ​ ​ໂດຍ​ມີຜູ້ນຳ​ຈາກ 5 ປະ​ເທດອາຊີ​ກາງ​ເຂົ້າຮ່ວມ ລວມມີ: ກາ​ຊັກ​ສະຖານ, ກຽກກິດ​ສະຖານ,​ ຕັດ​ຈິກິ​ດສະຖານ,​ ຕວັກ​ເມ​ນິດ​ສະຖານ ​ແລະ ​ອຸດ​ສະ​ເບ​ກິດ​ສະຖານ.ຂະນະ​ທີ່ ສປ ຈີນ ​ແລະ ປະຊາ​ຄົມ​ໂລກ ​ຫວັງ​ໃຫ້​ອາຊີ​ກາງເປັນ​ພາກ​ພື້ນ​ທີ່​ມີ​ສະຖຽນ ລະ​ພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ ຄວາມ​ສາມັກຄີ ແລະ ​ມີ​ການ​ເຊື່ອມ​ຕໍ່​ທັງ​ໃນ​ກຸ່ມ​​ແລະ​ ລະຫວ່າງ​ ປະຊາ​ຄົມ​ໂລກ ​ແລະ ຮ່ວມ​ມື​ກັນຕໍ່​ຕ້ານ​ການແຊກແຊງຈາກພາຍນອກຢ່າງ​ເຂັ້ມ​ແຂງ ເພື່ອປ້ອງກັນ ປຸກລະດົມ ການ​ປະ​ຕິ​ວັດ​ ແລະ ຮ່ວມ​ກັນ​ ຂັບ​ເຄື່ອນ ​ນະ​ໂຍ​ບາຍ”ຄວາມອົດທົນ ​ເປັນສູນ” ຕໍ່ກັບ ການກໍ່ ການຮ້າຍການ​ແບ່ງ​ແຍກ​ ດິນ​ແດນແລະ ແນວຄວາມຄິດ ຫົວ​ຮຸນ​ແຮງ.ຂະນະ​ດຽວ​ກັນ ທ່ານ ສີ​ ຈິ້ນ​ຜີ​ງ ຢືນຢັນ ​ໃຫ້ການ​ສະໜັບ ສະໜູນ ທີ່ຈຳ​ເປັນ ທຸກ​ດ້ານແກ່​ກຸ່ມ​ປະ​ເທດ ອາຊີ​ກາງ ລວມ​ເຖິງການ​ສົ່ງ​ເສີມການ​ລົງທຶນ ​ແບບ​ທະວິ​ພາຄີ ກັບ​ແຕ່ລະປະ​ເທດ ​ໂດຍ​ຈະ​ເນັ້ນ​ໄປ​ເຖິງ ການ​ສ້າງ​ ວຽກ​ເຮັດ​ ງານ​ທຳ, ການ​ເພີ່ມ​ ການ​ກໍ່ສ້າງ ສາງ​ເກັບ​ສິນຄ້າ ຂອງ ສປ ຈີນ ​ໃນ​ອາຊີ​ກາງ ​ແລະ ການ​ເປີດ ​ບໍລິການ​ເສັ້ນທາງ​ລົດ​ໄຟສາຍ​ພິ​ເສດ​ເພື່ອສົ່ງ​ເສີມ​ວັດທະນະທຳ. ສຳລັບມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ ລະຫວ່າງ ສປ ຈີນ ກັບ ​ອາຊີ​ກາງບັນລຸ 70 ຕື້​ໂດ​ລາ ​ສະຫະລັດ ​ໃນ​ປີ2022.​ໃນ​ນີ້ ​ເປັນ​ການ​ຄ້າ ຂາຍ​ກັບ ກາ​ຊັກ​ສະຖານ ກວມ​ເອົາ ຫລາຍ​ທີ່​ສຸດ​ເຖິງ 31 ຕື້​ໂດ​ລາ ​ສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments