Saturday, September 21, 2024
Homeຂ່າວພາຍໃນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງແຂວງໄຊສົມບູນ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງແຂວງໄຊສົມບູນ

ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຄະນະຈັດຕັ້ງແຂວງໄຊສົມບູນ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງແຂວງໄຊສົມບູນຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ແລະ ທ່ານ ທອງຈັນ ໂຂງພູຄຳ ຄະນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ປະທານ-ຮອງປະທານ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈຳແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ອົງການອ້ອມຂ້າງແຂວງ, ຄະນະຮັບຜິດຊອບຈາກຄະນະຈັດຕັ້ງສູນກາງພັກ ຕະຫລອດຮອດເຈົ້າເມືອງ 5 ເມືອງ ເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ນຳໃຊ້ສິດຂອງຕົນ ເຂົ້າໃນການຄົ້ນຄວ້າ, ທາບທາມ ແລະ ໃຫ້ຄະແນນ ໂດຍອີງຕາມມາດຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້ ເພື່ອກຳນົດເອົາເປົ້າໝາຍພະນັກງານນຳພາ-ຄຸ້ມຄອງ ກໍຄືເລຂາພັກແຂວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ສາມາດນຳພາວຽກງານການເມືອງຂອງພັກ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນແບບຕໍ່ເນືອງ ໃນສະເພາະໜ້າ ແລະ ຍາວນານ, ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫລ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ.

ຈາກນັ້ນ ທ່ານ ທອງວັນ ທຳມະວົງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານບົດສະຫລຸບຫຍໍ້ໃນການຈັດຕັ້ງປະຕິບັດແຜນກຳນົດພະນັກງານ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ. ພ້ອມທັງໄດ້ຮັບຟັງການຜ່ານມະຕິ 032/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ແລະ ຜ່ານມະຕິ 030/ກມສພ ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ຈາກທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ໃນການດຳເນີນການທາບທາມ ແຜນກຳນົດພະນັກງານ ຮອບທີ 1, ຮອບທີ 2 ແລະ ຮອບທີ 3 ໂດຍອີງຕາມມາດຖານ ເງືອນໄຂ ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ. ຈາກນັ້ນກອງປະຊຸມ ໄດ້ດຳເນີນການທາບທາມ, ສັງລວມຄະແນນທາບທາມ ແລະ ລາຍງານຜົນຂອງການທາບທາມ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄປຕາມແຕ່ລະຂັ້ນຕອນ. ກອງປະຊຸມດຳເນີນເປັນເວລາ 3 ວັນ ຈຶ່ງສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments