Monday, September 23, 2024
Homeທຸລະກິດຊາວກະສິກອນ ເຊບັ້ງໄຟ ສໍາເລັດການເກັບກູ້ຜົນຜະລິດ

ຊາວກະສິກອນ ເຊບັ້ງໄຟ ສໍາເລັດການເກັບກູ້ຜົນຜະລິດ

ແຫລ່ງຂ່າວຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນການເກັບກ່ຽວຜົນຜະລິດເຂົ້ານາແຊງ ແລະ ເກັບກູ້ພືດລະດູແລ້ງ ໃນທົ່ວເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນປີ 2022-2023 ແມ່ນສໍາເລັດ 100% ໃນເນື້ອທີ່ທັງໝົດ 3.000 ກວ່າເຮັກຕາ. ການເກັບກ່ຽວເຂົ້ານາແຊງປີນີ້ສຳເລັດໄວ ເນື່ອງຈາກຊາວກະຊິກອນສ່ວນຫລາຍໄດ້ນໍາໃຊ້ກົນຈັກທີ່ທັນສະໄໝ ໃນການເກັບກ່ຽວ, ເຊິ່ງເຮັດໃຫ້ມີຄວາມວ່ອງໄວ ທັງປະຢັດຕົ້ນທຶນ ແລະ ແຮງງານຄົນ.

ທ່ານ ພູທອນ ໄຊຍະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາ ເມືອງເຊບັ້ງໄຟ ໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາແຊງ ປະຈໍາສົກປີ 2022-2023 ທົ່ວເມືອງ ມີເນື້ອທີ່ແຜນການ 2.500 ເຮັກຕາ, ຄາດຄະເນຜົນຜະລິດ 14.000 ໂຕນ, ໃນນີ້, ແຜນການປູກເຂົ້າ ເພື່ອເປັນສະບຽງອາຫານ 1.500 ເຮັກຕາ, ຄາດຄະເນຜົນຜະລິດ 8.475 ໂຕນ, ແຜນການປູກເຂົ້າເພື່ອເປັນສິນຄ້າ 1.000 ເຮັກຕາ, ຄາດຄະເນຜົນຜະລິດ 5.530 ໂຕນ, ເນື້ອທີ່ນາຢອດ-ນາຝາຍ 1.500 ເຮັກຕາ, ເຊິ່ງນໍາໃຊ້ແນວພັນຈໍານວນ 120 ໂຕນ ແລະ ເນື້ອທີ່ນາດໍາ 1.000 ເຮັກຕາ ໃຊ້ແນວພັນຈໍານວນ 80 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 2.643 ເຮັກຕາ (ລື່ນແຜນການປີ 5%), ຜົນຜະລິດ 13.506 ໂຕນ ໃນນີ້, ພື້ນທີ່ປູກເຂົ້າ ເພື່ອເປັນສະບຽງອາຫານ ປະຕິບັດໄດ້ 1.000 ເຮັກຕາ, ຜົນຜະລິດໄດ້ 5.110 ໂຕນ, ພື້ນທີ່ປູກເຂົ້າເພື່ອເປັນສິນຄ້າ ປະຕິບັດໄດ້ 1.643 ເຮັກຕາ, ຜົນຜະລິດໄດ້ 8.396 ໂຕນ. ເນື້ອທີ່ທໍາການຜະລິດເຂົ້ານາແຊງໃນປີນີ້ ລື່ນແຜນການ ເນື່ອງຈາກວ່າຊາວກະສິກອນ ໄດ້ທໍາການປູກເຂົ້າໃນໂຄງການ ແລະ ພື້ນທີ່ນອກເຂດໂຄງການຊົນລະປະທານ ໄດ້ຮັບການສະໜອງນໍ້າຢ່າງພຽງພໍ ໂດນສະເພາະ ເຂດບ້ານທີ່ມີເງື່ອນໄຂດ້ານແຫລ່ງນໍ້າທຳມະຊາດ ໄດ້ປູກເຂົ້າເພີ່ມຕື່ມ.

ທ່ານ ພູທອນ ໄຊຍະວົງ ກ່າວຕື່ມວ່າ: ສໍາລັບການປູກພືດລະດູແລ້ງ ທົ່ວເມືອງມີເນື້ອທີ່ແຜນການ 555 ເຮັກຕາ, ໃນນີ້ ແຜນການປູກພືດເພື່ອເປັນສະບຽງອາຫານ 146 ເຮັກຕາ, ຄາດຄະເນຜົນຜະລິດ 1.008 ໂຕນ, ແຜນການປູກພືດເພື່ອເປັນສິນຄ້າ 409 ເຮັກຕາ, ຄາດຄະເນຜົນຜະລິດ 3.463 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 558 ເຮັກຕາ (ລື່ນແຜນການ 3 ເຮັກຕາ), ຜົນຜະລິດໄດ້ 6.696 ໂຕນ. ໃນນີ້, ພື້ນທີ່ປູກພືດເພື່ອເປັນສະບຽງອາຫານ ປະຕິບັດໄດ້ 146 ເຮັກຕາ, ຜົນຜະລິດໄດ້ 1.017 ໂຕນ, ພື້ນທີ່ປູກພືດເພື່ອເປັນສິນຄ້າ ປະຕິບັດໄດ້ 412 ເຮັກຕາ, ຜົນຜະລິດໄດ້ 5.953 ໂຕນ, ເຊິ່ງການເກັບກູ້ພືດລະດູແລ້ງປະຈໍາສົກປີ 2023 ຂອງປະຊາຊົນໃນທົ່ວເມືອງແມ່ນສໍາເລັດ 100%.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments