Monday, September 23, 2024
Homeຂ່າວໜ້າໜຶ່ງກະຊວງການຕ່າງປະເທດ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2022

ກະຊວງການຕ່າງປະເທດ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2022

ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ແກ່ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດໃນວັນທີ 19 ພຶດສະພາ 2023 ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະບໍລິຫານງານພັກ, ຄະນະນຳກະ ຊວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ໄມທອງ ທຳມະວົງສາ ກຳມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ໄດ້ຜ່ານບົດສະຫລຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ, ຄວາມຮັບຜິດຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ກໍຄື ມະຕິຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕາງປະເທດ ຄັ້ງທີ IV ເພື່ອປະຕິບັດຄາດໝາຍສູ້ຊົນ ສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ອັນໄດ້ເຮັດໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກຍຶດໝັ້ນໃນຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ຫາທີ່ວຽກງານຂອງຕົນ, ເປັນເຈົ້າການປົກປ້ອງແນວທາງປ່ຽນແປງໃໝ່ຂອງພັກ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ບັນດາໜ່ວຍພັກ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ.

ສຳລັບໃນປີ 2022 ມີໜ່ວຍພັກທີ່ຖືກຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນທັງໝົດ 42 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍພັກ ເຊິ່ງກວມ 74% ຂອງໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ. ໃນນັ້ນ, ໜ່ວຍພັກທີ່ສາມາດປ້ອງກັນ ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະໄໝທີ VI ມີ 2 ໜ່ວຍພັກ, ສະໄໝທີ V ມີ 5 ໜ່ວຍພັກ, ສະໄໝທີ IV ມີ 13 ໜ່ວຍພັກ, ສະໄໝທີ II ມີ 14 ໜ່ວຍພັກ ແລະ ໜ່ວຍພັກທີ່ສາມາດຍາດໄດ້ນາມມະຍົດໃໝ່ 8 ໜ່ວຍພັກ, ທຽບໃສ່ປີ 2021 ມີໜ່ວຍພັກຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 8 ໜ່ວຍ, ຈາກ 34 ໜ່ວຍ ໃນປີ 2021 ມາເປັນ 42 ໜ່ວຍ ໃນປີ 2022. ພ້ອມນີ້, ກໍໄດ້ມີການປະກາດແຕ່ງຕັ້ງກຳມະການຄະນະພັກກະຊວງ ເພີ່ມເຕີມ ຈໍານວນ 5 ສະຫາຍ ເພື່ອທົດແທນ ຄະນະພັກຈຳນວນ 5 ສະຫາຍ ທີ່ໄດ້ຖືກຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນອື່ນ ແລະ ອອກປະຈຳການຢູ່ ສຳນັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ.

ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທີ່ໄດ້ບຸກບືນ ແລະ ຍາດມາໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ມີຈໍານວນເພີ່ມຂຶ້ນ. ພ້ອມນີ້ສະຫາຍຍັງຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງ ວຽກງານການປັບປຸງກໍ່ສ້າງຮາກຖານພັກ ແລະ ໜ່ວຍພັກໃຫ້ມີ ຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງການຈັດຕັ້ງພັກ ໃນການນຳພາ-ຊີ້ນຳ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຕາມເສັ້ນທາງສັງຄົມນິຍົມ ເຊິ່ງທັງໝົດນັ້ນ, ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ສະມາຊິກພັກ-ພະນັກງານທຸກຄົນທີ່ຈະຕ້ອງຮ່ວມແຮງຮ່ວມໃຈກັນ ສຸມໃສ່ຈັດຕັ້ງປະ ຕິບັດຢ່າງມີຄວາມຮັບຜິດຊອບສູງ ແລະ ຕໍ່ເນື່ອງ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments