Sunday, September 22, 2024
Homeຂ່າວໜ້າໜຶ່ງຫສນຍ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫສນຍ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບໃບ ຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ເປີດຂະບວນການແຂ່ງ ຂັນ ປະຈໍາປີ 2023 ໃນວັນທີ 18 ພຶດສະພາ 2023 ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີ ລັດ ຖະມົນຕີປະຈຳ ສນຍ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ ພາຍໃນອົງຄະນະພັກ ຫສນຍ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ບຸນໜັກ ດາລາງາແກ້ວ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ລາຍງານໃຫ້ຊາບກ່ຽວກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ບົນພື້ນຖານຈັດຕັ້ງຜັນຂະຫຍາຍຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄື ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມຄາດໝາຍທີ່ກຳນົດໄວ້ ໂດຍສະເພາະ ແມ່ນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ໃຫ້ເກີດເປັນຮູບປະທຳຕົວຈິງ ເຊິ່ງຄະນະຮັບຜິດຊອບປະເມີນຜົນ ຂອງ ຫສນຍ ໄດ້ລົງຊຸກຍູ້ໃນແຕ່ລະໄລຍະ ແລະ ໄດ້ລົງປະເມີນເຫັນວ່າ ທົ່ວອົງຄະນະພັກ ຫສນຍ ມີທັງໝົດ 13 ໜ່ວຍພັກຮາກຖານ, ມີສະມາຊິກພັກ ທັງໝົດ 315 ສະຫາຍ, ຍິງ 110 ສະຫາຍ. ໃນນັ້ນ,ສະມາຊິກພັກທີ່ມີເງື່ອນໄຂປະເມີນຜົນ ແລະ ຈັດປະເພດສະມາຊິກພັກ ຈໍານວນ 242 ສະຫາຍ, ຍິງ 83 ສະຫາຍ, ສາມາດຕີລາຄາປະເພດແຂງ ຈໍານວນ 236 ສະຫາຍ, ຍິງ 82 ສະຫາຍ ກວມເອົາ 97,5% ຂອງຈຳນວນສະມາຊິກພັກທີ່ມີເງື່ອນໄຂປະເມີນ, ປະເພດກາງ ຈໍານວນ 6 ສະຫາຍ, ຍິງ 1 ສະຫາຍ ກວມເອົາ 2,5%. ຈາກຜົນການປະເມີນດັ່ງກ່າວ, ສະແດງໃຫ້ເຫັນວ່າ ບັນດາໜ່ວຍພັກແມ່ນມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ປະຕິບັດຕາມແຜນການທີ່ກຳນົດໄວ້, ການຕີລາຄາປະເມີນສະມາຊິກພັກ ແມ່ນແທດເໝາະກັບສະພາບການເຄື່ອນໄຫວຕົວຈິງຂອງສະມາຊິກພັກ ຊຶ່ງຄະນະປະຈໍາພັກ ຫສນຍ ເຫັນດີຮັບຮອງ ແລະ ສະເໜີຄະນະຈັດຕັ້ງສູນກາງພັກ ຮັບຮອງເອົາ 10 ໜ່ວຍພັກຮາກຖານ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022.

ໂອກາດດຽວກັນ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ບັນດາໜ່ວຍພັກ ທົ່ວອົງຄະນະພັກ ຫສນຍ ສາມາດຍາດມາໄດ້ໃນປີຜ່ານມາ ໂດຍສະເພາະ ບັນດາໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນ ເປັນໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງ. ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຮັບຜິດຊອບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງ ຫສນຍ ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະຜ່ານມາ, ສ້າງແຜນການເຄື່ອນໄຫວວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2023 ໂດຍໃຫ້ຕິດພັນກັບແຜນການເຄື່ອນໄຫວວຽກງານວິຊາສະເພາະ, ພ້ອມທັງ ຈັດຕັ້ງເຜີຍແຜ່ແຜນການເຄື່ອນໄຫວດັ່ງກ່າວ ໃຫ້ບັນດາໜ່ວຍພັກ ກໍຄື ສະມາຊິກພັກທົ່ວ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ; ໃຫ້ບັນດາໜ່ວຍພັກຮາກຖານ ເກັບກຳຂໍ້ມູນຕ່າງໆໃນໜ່ວຍຂອງຕົນ ເປັນຕົ້ນ ດ້ານຕັ້ງໜ້າ, ບັນຫາຫຍໍ້ທໍ້, ຄວາມມຸ່ງມາດປາ ຖະໜາ ຂອງບັນດາສະມາຊິກພັກ ແລະ ອື່ນໆ ເພື່ອເປັນຂໍ້ມູນ ນຳໄປປັບປຸງແຜນການກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ສອດຄ່ອງ ແລະ ໄດ້ຮັບຜົນດີກວ່າເກົ່າ. ພ້ອມກັນນັ້ນ, ກໍໃຫ້ສຸມໃສ່ການນໍາພາທີ່ແທດເຖິງຕົວຈິງ, ນຳພາດ້ວຍຄວາມເປັນແບບຢ່າງ, ເຄົາລົບ ແລະ ປະຕິບັດຫລັກການລວມສູນປະ ຊາທິປະໄຕ ຢ່າງເຂັ້ມງວດ; ໃຫ້ບັນດາສະຫາຍ ເລຂາໜ່ວຍພັກຮາກຖານ ນຳເອົາແຜນ ແລະ ຂໍ້ແຂ່ງ ຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງອົງຄະນະພັກ ຫສນຍ ໄປຈັດຕັ້ງຜັນຂະຫຍາຍໃນໜ່ວຍພັກຮາກຖານຂອງຕົນ ຕິດພັນກັບການຈັດຕັ້ງປະຕິບັດຄຳຂວັນ 3 ດີ 3 ຫັນ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ; ຫັນຈາກແນວຄິດລໍຖ້າ ໄປສູ່ຄວາມເປັນເຈົ້າການ ແລະ ປະດິດສ້າງ, ຫັນຈາກການເຮັດວຽກບໍ່ມີຈຸດສຸມ ບໍ່ມີແບບແຜນ ບໍ່ມີຄາດໝາຍ ໄປສູ່ວິທະຍາສາດ ທີ່ມີຈຸດສຸມ ມີແບບແຜນ ມີຄາດໝາຍ ແລະ ຫັນຈາກກົນໄກທີ່ອືດອາດຊັກຊ້າ ຫລາຍຂັ້ນ ຫລາຍຂອດ ໄປສູ່ກົນໄກທີ່ວ່ອງໄວ ແລະ ທັນການ) ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments