Sunday, September 22, 2024
Homeຂ່າວພາຍໃນມ.ຂ ສະຫວັນນະເຂດ ປະດັບຫຼຽນໄຊ-ຍ້ອງຍໍຜົນງານໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ

ມ.ຂ ສະຫວັນນະເຂດ ປະດັບຫຼຽນໄຊ-ຍ້ອງຍໍຜົນງານໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ

ມະຫາວິທະຍາໄລສະຫວັນນະເຂດ (ມ.ຂ) ໄດ້ຈັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນ, ກົມກອງໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະປີ (2016-2022) ຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມດັ່ງກ່າວ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ລຳທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງ, ມີທ່ານ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມ.ຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເຮືອງ ນິນຈະເລີນ ຮອງອະທິການບໍດີ ມ.ຂ ຝ່າຍວິຊາການ ກ່າວວ່າ: ເລີ່ມແຕ່ມື້ສ້າງຕັ້ງ ມ.ຂ ເຖິງປັດຈຸບັນໄດ້ຮັບນັກສຶກສາທັງໝົດຈຳນວນ 11.590 ຄົນ ຍິງ 6.540 ຄົນ, ໃນໄລຍະຜ່ານມາໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມແລ້ວ 9 ຮຸ່ນ, ມີນັກສຶກສາທັງໝົດ 8.671 ຄົນ ຍິງ 4.906 ຄົນ, ລວມມີຫຼັກ ສູດທັງໝົດ 43 ຫຼັກສູດ, ໃນນັ້ນຫຼັກສູດປະລິນຍາໂທ 3 ຫຼັກສູດ, ຫຼັກສູດນາໆຊາດ 1 ຫຼັກສູດ, ດ້ານການສຶກສາຄົ້ນຄວ້າວິໄຈມີທັງໝົດ 978 ຫົວຂໍ້. ໄດ້ຖືກຄັດເລືອກເປັນບົດທີ່ຖືກຮັບຮອງໃຫ້ຕີພິມ 20 ຫົວຂໍ້.

ໃນພິທີໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ 7 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 17 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 19 ທ່ານ ແລະ ປະດັບຫຼຽນກາແຮງງານໃຫ້ 61 ທ່ານ. ພ້ອມນັ້ນ ຍັງມອບໃບຍ້ອງຍໍລັດຖະບານໃຫ້ 133 ທ່ານ ແລະ ມອບໃບຍ້ອງຍໍທ່ານເຈົ້າແຂວງໃຫ້ 19 ທ່ານ. ໃຫ້ກຽດມອບໂດຍທ່ານ ລຳທອງ ຂອບສີລາວົງ ແລະ ທ່ານ ລັດຕະນະບັນເລີງ ໄກສອນ.

ຂ່າວ-ພາບ: ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments