Sunday, September 22, 2024
Homeຂ່າວຕ່າງປະເທດທະນາຄານກາງອາກຊັງຕິນ ປັບຂຶ້ນອັດຕາດອກເບ້ຍ 97%

ທະນາຄານກາງອາກຊັງຕິນ ປັບຂຶ້ນອັດຕາດອກເບ້ຍ 97%

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 16 ພຶດສະພາ ຜ່ານມາ, ທະນາຄານກາງອາກຊັງຕິນໄດ້ອອກຖະແຫຼງການປັບຂຶ້ນອັດຕາດອກເບ້ຍນະໂຍບາຍອີກ 6% ເປັນ 97% ເພື່ອຄວບຄຸມອັດຕາເງິນເຟີ້ ຊຶ່ງສະຖິຕິເມື່ອເດືອນເມສາຢູ່ທີ່ 109% ສູງທີ່ສຸດນັບຕັ້ງແຕ່ປີ 1991 ແລະ ເງິນເປໂຊອາກຊັງຕິນອ່ອນຄ່າຫຼາຍກວ່າ 23% ນັບຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ ເມື່ອທຽບກັບສະກຸນເງິນໂດລາ.

ຂະນະດຽວກັນ, ລັດຖະບານອາກຊັງຕິນຍັງຄົງປານີປານອມກັບກອງທຶນເງິນຕາສາກົນ (IMF) ໃນການຂໍຮັບເງິນຊ່ວຍເຫຼືອໃໝ່ຈຳນວນ 44.000 ລ້ານໂດລາ ແລະ ທ່ານ ເຊີຈິໂອ ມັສຊາ ລັດຖະມົນຕີກະຊວງເສດຖະກິດຂອງອາກຊັງຕິນກຽມເຈລະຈາກັບລັດຖະບານຈີນກ່ຽວກັບຄວາມເປັນໄປໄດ້ໃນການຂະຫຍາຍຂອບເຂດການໃຊ້ເງິນຢວນເພື່ອການຄ້າ. ເຖິງແມ່ນວ່າ ອາກຊັງຕິນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບສອງໃນອາເມຣິກາລາຕິນຮອງຈາກເບຣຊິນ ແຕ່ເສດຖະກິດຂອງປະເທດມີການສັ່ນຄອນ ແລະ ບໍ່ມີສະຖຽນລະພາບຢ່າງໜັກ ເນື່ອງຈາກວິກິດໜີ້ສາທາລະນະເມື່ອໄລຍະປີ 1980 ເຮັດໃຫ້ອາກຊັງຕິນປະເຊີນກັບພາວະເງິນເຟີ້ຫຼາຍກວ່າ 3.000% ເມື່ອປີ 1989 ແລະ ນອກຈາກອາກຊັງຕິນຍັງມີຊິມບັນເວ ແລະ ເວເນຊູເອລາທີ່ປະເຊີນກັບພາວະເງິນເຟີ້ຢ່າງໜັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments