Saturday, September 21, 2024
Homeຂ່າວໜ້າໜຶ່ງອົງການຢູນິເຊັບ ມອບອຸປະກອນໄອທີ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ອົງການຢູນິເຊັບ ມອບອຸປະກອນໄອທີ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ນະຄອນຫຼວງວຽງຈັນ, ວັນທີ 17 ພຶດສະພາ 2023 ໃນມື້ນີ້ ລັດຖະບານອົດສະຕຣາລີ ເເລະ ລັດຖະບານອີຕາລີ ໄດ້ມອບອຸປະກອນໄອທີ ໃຫ້ເເກ່ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນວຽກງານສັກວັກຊີນກັນພະຍາດທົ່ວໄປ ເເລະ ໂຄວິດ-19, ພ້ອມທັງຊຸກຍູ້ ວຽກງານໂຄສະນາສິດທິຂອງ ແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ.

ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ວຽກງານສັກຢາກັນພະຍາດຂອງ ສປປ ລາວ ຢ່າງຫຼວງຫຼາຍ, ເຮັດໃຫ້ເດັກນ້ອຍຫຼາຍຄົນໄດ້ພາດໂອກາດໃນການສັກວັກຊີນໄປ. ດັ່ງນັ້ນ, ວຽກງານສັກຢາກັນພະຍາດ ຈື່ງເປັນໜື່ງໃນບູລິມະສິດທີ່ສຳຄັນຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ດ້ວຍເຫດຜົນນັ້ນ, ການສື່ຂໍ້ຄວາມທີ່ຊັດເຈນກ່ຽວກັບວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊີນອື່ນໆ ຈື່ງມີຄວາມສຳຄັນຫຼາຍໃນການສ້າງຄວາມເຂົ້າໃຈກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ປະຕິບັດສຸຂະອະນາໄມ ເພື່ອຊ່ວຍປົກປ້ອງຊີວິດ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດ.

ໃນພິທີ, ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ກ່າວວ່າ: “ການໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ມີຄວາມເໝາະສົມ ແມ່ນປັດໃຈສໍາຄັນໃນການປົກປ້ອງເດັກນ້ອຍ ແລະ ຄອບຄົວ ຈາກພະຍາດ ໂຄວິດ-19. ພວກເຮົາຕ້ອງສືບຕໍ່ໃຫ້ຄວາມສໍາຄັນໃນການໃຫ້ຂໍ້ມູນກ່ຽວກັບ ວິທີການປ້ອງກັນ ເເລະ ຄວບຄຸມພະຍາດ ໂຄວິດ-19 ແລະ ປະຕິບັດສຸຂະອະນາໄມ, ເຊິ່ງອຸປະກອນໄອທີ ທີ່ໄດ້ຮັບຈາກອົງການ ຢູນິເຊັບ ຈະເປັນການປະກອບສ່ວນອັນດີເຂົ້າໃນຈຸດປະສົງດັ່ງກ່າວ”.

ອຸປະກອນມອບໂດຍ ອົງການຢູນິເຊັບ ນັ້ນເເມ່ນສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ແລະ ລັດຖະບານອີຕາລີ ເເລະ ລວມມີ ໂທລະໂຄ່ງ, ແລັັບທອບ, ຄອມພິວເຕີຕັ້ງໂຕະ, ເຄື່ອງພິມ, ຈັກໂຟໂຕໂກປີ, ຈໍໂປຣເຈັກເຕີ LCD ເເລະ ກ້ອງຖ່າຍຮູບ, ເຊິ່ງອຸປະກອນດັ່ງກ່າວຈະຊ່ວຍໃນການຈັດກິດຈະກຳນຳຊຸມຊົນ ເພື່ອສົ່ງເສີມການສັກວັກຊີນກັນພະຍາດ ໂຄວິດ-19 ເເລະ ວັກຊີນປົກກະຕິສຳລັບເດັກນ້ອຍ, ພ້ອມທັງຊຸກຍູ້ການສົນທະນາໃນຊຸມຊົນເພື່ອສ້າງຄວາມເຂົ້າໃຈກ່ຽວກັບການລະບາດຂອງພະຍາດ ແລະ ຜົນດີຂອງວັກຊີນ. ກິດຈະກຳເຫຼົ່ານີ້ເເມ່ນໄດ້ຈັດຂຶ້ນໂດຍ ສູນຂ່າວສານການແພດສຸຂະສຶກສາ ເເລະ ສູນກາງ ແນວລາວ ສ້າງຊາດ.

ທ່ານນາງ Vanessa Hegarty, ເລຂາທີໜຶ່ງຂອງສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ກ່າວວ່າ: “ການສື່ສານ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນຂັ້ນຮາກຖານ ເປັນວິທີທີ່ສຳຄັນໃນການສົ່ງເສີມການສັກວັກຊີນໃນຊຸມຊົນ. ລັດຖະບານອົດສະຕຣາລີໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງໃນ ສປປ ລາວ ແລະ ຫວັງວ່າ ການຮ່ວມມືຂອງພວກເຮົາກັບລັດຖະບານເເຫ່ງ ສປປ ລາວ ຈະຊ່ວຍໃນການເສີມຂະຫຍາຍການຮັບວັກຊີນໃນເຂດຫ່າງໄກສອກຫຼີກ.”

ການສະໜັບສະໜູນຂອງຄູ່ຮ່ວມພັດທະນາຕໍ່ລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບພະຍາດ ໂຄວິດ-19 ແມ່ນມີຄວາມສຳຄັນຕໍ່ວຽກງານສື່ສານຄວາມສ່ຽງ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການສັກວັກຊີນ, ພ້ອມທັງການຮັບປະກັນຄວາມປອດໄພ ແລະ ສະຫວັດດີການຂອງເດັກ ແລະ ແມ່ຍິງໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

ທ່ານນາງ Maryam Abdu, ວ່າການເເທນຮອງຜູ້ຕາງໜ້າ ອງົການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ອົງການຢູນິເຊັບ ມີຄວາມ ມຸ່ງໝັ້ນ ທີ່ຈະສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການປະຕິບັດວຽກງານສື່ສານຄວາມສ່ຽງ ແລະ ກິດຈະກໍາເພື່ອສົ່ງເສີມການມິສ່ວນຮ່ວມຂອງຊຸມຊົນໃນວຽກງານສັກວັກຊີນກັນພະຍາດທົ່ວໄປ ເເລະ ວັກຊີນເຂັມກະຕຸ້ນສຳລັບ ໂຄວິດ-19. ຍິ່ງໄປກວ່ານັ້ນ, ອຸປະກອນທີ່ໄດ້ສະໜອງໃຫ້ນັ້ນ ເປັນຫຼັກຖານທີ່ສະແດງເຖິງການຮ່ວມມືອັນຍາວນານ ເເລະ ແໜັ້ນເເຟ້ນຂອງພວກເຮົາກັບ ລັດຖະບານເເຫ່ງ ສປປ ລາວ, ໂດຍສະເພາະໃນປີນີ້ເຊິ່ງເປັນປິທີ່ ອົງການຢູນິເຊັບ ສະເຫຼີມສະຫຼອງຄົບຮອບ 50 ປີ ໃນ ສປປ ລາວ. ພວກເຮົາຫວັງວ່າອຸປະກອນໄອທີເຫຼົ່ານີ້ ຈະເປັນການປະກອບສ່ວນເຂົ້າຕໍ່ການເສີມສ້າງສາຍການຮ່ວມມືດັ່ງກ່າວເພື່ອຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍທຸກຄົນໃນ ສປປ ລາວ.”

——————–

#Medialaos MMD (ແຫຼ່ງຂໍ້ມູນຈາກ: ອົງການຢູນີເຊັບ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments