Sunday, September 22, 2024
Homeຂ່າວການເມືອງກອງບັນຊາການທະຫານອາກາດ ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ນາຍທະຫານ ສ ຣັດເຊຍ

ກອງບັນຊາການທະຫານອາກາດ ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ນາຍທະຫານ ສ ຣັດເຊຍ

ວັນທີ 09 ພຶດສະພາ 2023, ກອງບັນຊາການທະຫານອາກາດ ໄດ້ຈັດພິທີມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ແກ່ຜູ້ຕາງໜ້າ ກະຊວງປ້ອງກັນປະເທດ, ທີປຶກສາ ແລະ ຊ່ຽວຊານ ສ ຮັດເຊຍ ທີ່ເຂົ້າຮ່ວມກຳລັງຊ້ອມຮົບ ກອງທັບສະຫະພັນຣັດເຊຍ LAROS-2022, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ມີພົນຕີ ເດມີຕຣີ ກຮາຍເຍັບ ວະລາ ຕີເມີໂຣວິດ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ມີສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີພັນເອກ ກົນຈາຣົບ ດີມີດຕຣີ ທີ່ປຶກສາກອງບັນຊາການທະຫານກາດ ແລະ ຄະນະຫ້ອງ ພ້ອມດ້ວຍນາຍທະຫານທັງສອງຝ່າຍ ລາວ-ຮັດເຊຍ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ອີງຕາມແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືໃນຂົງເຂດວຽກງານເຂດອົບຮົມຫັດແອບປັບປຸງກຳລັງ ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ, ອະນຸກຳມະການຮັບຜິດຊອບດ້ານເນື້ອໃນ ແລະ ພາກສ່ວນຮັບປະກັນຊ້ອມຮົບ ລາວ-ຣັດເຊຍ LAROS-2022 , ກະຊວງປ້ອງກັນປະເທດອອກຂໍ້ຕົກລົງ: ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດ, ທີ່ປຶກສາ ແລະ ຊ່ຽວຊານ ສ ຮັດເຊຍ ຈຳນວນ 05 ສະຫາຍຄື: ພົນຕີ ເດມີຕຣີ ກຮາຍເຍັບ ວະລາ ຕີເມີໂຣວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ພັນເອກ ກົນຈາຣົບ ດີມີດຕຣີ ທີ່ປຶກສາກອງບັນຊາການທະຫານກາດ, ພັນຕີ ມາຣຊີນໂກ ອາເລັກຊີ່ ອາຈານ-ນັກບິນ ເຮືອບິນຍັກ-130, ພັນຕີ ເຊຍຣດຸກົບ ອາເລັກຊີ່ ວິສະວະກອນ ເຮືອບີນຍັກ-130 ແລະ ຮ້ອຍເອກ ຢາໂກເວັນໂກ ວາດີມ ວິສະວະກອນ ເຮືອບິນຍັກ-130. ເພື່ອເປັນການຊົມເຊີຍ ແລະ ຢ້ັງຢືນຜົນງານໃຫ້ແກ່ຊ່ຽວຊານ, ກໍາລັງຊ້ອມຮົບກອງທັບສະຫະພັນຣັດເຊຍ, ໃນບັ້ນຊ້ອມຮົບຮ່ວມ ລາວ-ຣັດເຊຍ LAROS-2022 ເປັນການແລກປ່ຽນບົດຮຽນດ້ານສີລະປະຍຸດ, ຍຸດທະວິທີເຊີ່ງກັນ ແລະ ກັນ ໃນສະພາບການ ເງື່ອນໄຂໃໝ່ ແລະ ປະຕິບັດໜ້າທີ່ສຳເລັດຕາມແຜນການ, ຈາກຜົນງານດັ່ງກ່າວນັ້ນເຊີ່ງ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນ, ມິດຕະພາບ ແລະ ການຮ່ວມມືຍຸດທະສາດລະຫວ່າງສອງຊາດ, ສອງກອງທັບ ສປປ ລາວ-ສ ຣັດເຊຍ ໃຫ້ນັບມື້ຂະຫຍາຍຕົວຂື້ນສູ່ລວງເລິກ ແລະ ໝັ້ນຄົງຕະຫຼອດໄປ. ພ້ອມທັງເປັນການສະເຫຼີມສະຫຼອງເນື່ອງໃນໂອກາດວັນແຫ່ງໄຊຊະນະຈາກມະຫາສົງຄາມປ້ອງກັນປິຕິພຸມ ແຫ່ງ ສ ຣັດເຊຍ, ວັນໄຊຊະນະສົງຄາມໂລກຄັ້ງທີ II ຄົບຮອບ 78 ປີ ( 9/5/1954-9/5/2023 ).

ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຄະນະປະຈໍາພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ກໍ່ໄດ້ຮັບກຽດຂື້ນມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ ສ ຣັດເຊຍ ໃຫ້ຢ່າງສົມກຽດ.

ຂ່າວ-ພາບ: ສີທາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments