Sunday, September 22, 2024
Homeຂ່າວພາຍໃນປະທານ ສສຍລ ພົບປະ ປະທານ ສະຫະພັນແມ່ຍິງກູບາ

ປະທານ ສສຍລ ພົບປະ ປະທານ ສະຫະພັນແມ່ຍິງກູບາ

ທ່ານ ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ກຳມະການ​ສູນ​ກາງ​ພັກ ປະທານ​ຄະນະ​ບໍລິຫານ​ງານ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ (ສສຍລ) ໄດ້ຕ້ອນຮັບ ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ(Teresa Amarelle Boue) ກຳມະການກົມການເມືອງສູນກາງພັກ ສະມາຊິກສະພາແຫ່ງລັດ ເລຂາທິການ​ໃຫຍ່​ຂອງສະຫະພັນ​ແມ່ຍິງແຫ່ງຊາດ ​ກູ​ບາ ພ້ອມດ້ວຍຄະນະ ໃນວັນທີ 17 ພຶດສະພາ ນີ້ ທີ່ ສສຍລ ຊຶ່ງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບລາວ-ກູບາ, ທ່ານເອກະອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ກູບາ ປະຈຳ ສປປ ລາວ. ໃນໂອກາດທີ່ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 17-21 ພຶດສະພາ 2023 ນີ້.

ທ່ານ ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ໄດ້ກ່າວວ່າ: ເພື່ອຜັນຂະຫຍາຍສາຍພົວພັນ. ການຮ່ວມມືອັນເປັນມູນເຊື້ອ ແລະ ຄວາມສາມັກຄີ ມິດຕະພາບ ລະຫວ່າງ ພັກ, ລັດ ສອງປະເທດ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງ ສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງກູບາ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ; ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫະພັນແມ່ຍິງ ກູບາ ໃນເດືອນກຸມພາ 2022 ຜ່ານມາ ຄະນະຜູ້ແທນຂັ້ນສູງຂອງສະຫະພັນແມ່ຍິງລາວ ກໍໄດ້ເດີນທາງໄປຢ້ຽມຢາມ ແລກປ່ຽນບົດຮຽນວຽກງານພັດທະນາແມ່ຍິງ ຢ່າງເປັນທາງການ ແລະ ໄດ້ເຊັນບົດບັນທຶກການຮ່ວມສອງຝ່າຍ 5 ປີ (2023-2027) ຢູ່ ສ ກູບາ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງແມ່ຍິງຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລິກນັ້ນ. ທິດທາງຮ່ວມມືໃນຕໍ່ໜ້າ ສະຫະພັນແມ່ຍິງ ທັງສອງປະເທດ ຈະສືບຕໍ່ ຈັດຕັ້ງປະຕິບັດ ບົດບັນທຶກຮ່ວມມື (MOU) 2023-2027 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ເປັນຕົ້ນ: 1. ຊຸກຍູ້ໃຫ້ມີການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ແລະ ມິດຕະພາບແບບພິເສດລະຫວ່າງສອງປະເທດ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງກູບາ ໃຫ້ກວ້າງຂວາງກວ່າເກົ່າ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ ສອງອົງການຈັດຕັ້ງສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງກູບາ; 2. ການ​ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະຫະພັນແມ່ຍິງ ແລະ ແມ່ຍິງໃນການສົ່ງເສີມການ​ຮ່ວມ​ມືທີ່ເປັນມູນເຊື້ອຂອງ​ສອງ​ພັກ, ສອງລັດ ແລະ ສອງອົງການຈັດຕັ້ງແມ່ຍິງ​ຂອງ​ສອງ​ປະ​ເທດໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ເອົາໃຈໃສ່ເປັນພິເສດຕໍ່ການມີສ່ວນຮ່ວມຂອງແມ່ຍິງເຂົ້າໃນການກໍ່ສ້າງພັກ-ພະນັກງານ ແລະ ສົ່ງເສີມການສຶກສາໃຫ້ພະນັກງານສະຫະພັນແມ່ຍິງລາວໄປຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໄລຍະຍາວ, ໄລຍະສັ້ນ ຢູ່ ສ ກູບາ ຕາມສະພາບ ແລະ ເງື່ອນໄຂຕົວຈິງ; 3. ສອງຝ່າຍຈະຊຸກຍູ້ ການແລກປ່ຽນວັດທະນະທໍາ ແລະ ຮີດຄອງປະເພນີ, ພັດທະນາສື່, ​​ສິ່ງ​ພິມ​ ເພື່ອເປັນເຄື່ອງມືໃນການເຜີຍແຜ່ໃຫ້​ແມ່ຍິງ ​ແລະ ປະຊາຊົນ, ​ຄົນຮຸ່ນໜຸ່ມ​ກ່ຽວ​ກັບ ​ການ​ອະນຸລັກ​ຮັກສາ ມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ; 4. ຈັດກອງປະຊຸມລະດັບຕ່າງໆລະຫວ່າງ ສອງອົງການຈັດຕັ້ງສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງກູບາ ເພື່ອແລກປ່ຽນບົດຮຽນ ແລະ ຮັບຮູ້ຂໍ້ມູນຂ່າວສານດ້ານຕ່າງໆ ຊຶ່ງກັນ ແລະ ກັນ; ແລະ 5. ສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດຄໍາ​ໝັ້ນສັນ​ຍາ​ທີ່ສອງປະເທດເປັນພາຄີຂອງສາກົນ​ທີ່ຕິດພັນກັບວຽກແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນແມ່ນ ສົນທິສັນຍາ​ວ່າ​ດ້ວຍ​ ການ​ລຶບ​ລ້າງຂອງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ (CEDAW), ສິດທິເດັກ (CRC), ການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ, ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ອື່ນໆ. ໃນໂອກາດດັ່ງກ່າວ ທ່ານ ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ​ໃນ​ນາມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ແລະ ແມ່ຍິງ​ລາວ​ທົ່ວ​ປະ​ເທດ ໄດ້ອວຍພອນຢ່າງຈິງໃຈ​ມາຍັງ​ ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ພ້ອມ​ດ້ວຍ​ຄະນະ​ນຳສະຫະພັນແມ່ຍິງກູບາ ​ແລະ ​ເອື້ອຍ​ນ້ອງ​ແມ່ຍິງ​ກູບາທຸກ​ຖ້ວນ​ໜ້າ ຈົ່ງມີ​ສຸຂະພາບພະລານາໄມ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ​ບັນດາ​ທ່ານ. ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບອັນເປັນມູນເຊື້ອ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ພັກ-ລັດ ​ແລະ ປະຊາຊົນສອງຊາດ, ກໍ​ຄື ແມ່ຍິງ​ລາວ ​ແລະ ​ແມ່ຍິງກູບາ ຈົ່ງໝັ້ນຄົງຂະໜົງແກ່ນ​ ຕະຫຼອດໄປ.

ໃນໂອກາດດັ່ງກ່າວ ປະທານ ສະຫະພັນແມ່ຍິງກູບາ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານໃຫ້ທ່ານປະທານ​ຄະນະ​ບໍລິຫານ​ງານ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຮັບຊາບກ່ຽວກັບແຜນເຄື່ອນໄຫວຂອງ ທ່ານປະທານສະຫະພັນແມ່ຍິງກູບາ ຊຶ່ງຈະໄດ້ປາຖະກະຖາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງອົງການຈັດຕັ້ງສະຫະພັນແມ່ຍິງ; ເພື່ອເປັນການປຸກລະດົມ ສຶກສາອົບຮົມການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງ ເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງຕໍ່ສາຍພົວພັນ ທີ່ເປັນມູນເຊື້ອ ຄວາມສາມັກຄີ ທີ່ໄດ້ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ແລະ ການສ້າງສາພັດທະນາປະເທດຊາດ; ຈະໄດ້ເຄື່ອນໄຫວຢ້ຽມຢາມທຸລະກິດຕົວແບບ ຂອງເອື້ອຍນ້ອງແມ່ຍິງ ແລະ ສະຖານທີ່ທາງວັດທະນາທຳ ແລະ ປະຫວັດສາດຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ປູກຕົ້ນໄມ້ ຢູ່ ໂຮງຮຽນ ມ.ສ ດົງບັງ ມິດຕະພາບ ລາວ-ກູບາ ຕື່ມອີກ.

ຂ່າວ-ພາບ: ຍຸພິນທອງ-ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments