Monday, September 23, 2024
Homeຂ່າວໜ້າໜຶ່ງລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ

ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ

ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນລະຫວ່າງວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ, ຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະການ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາຊີຟິກ ເພື່ອການພັດທະນາແບບຍືນຍົງ,ມີຄະນະຜູ້ແທນຂັ້ນສູງຈາກ ບັນດາປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ ຈຳນວນ 46 ປະເທດ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານປະມານ 21 ພາກສ່ວນເຂົ້າຮ່ວມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ເປັນຕົ້ນ ບັນຫາທີ່ຕິດພັນກັບຄວາມຮັບຜິດ ຊອບຂອງອະນຸກຳມະການຕ່າງໆ, ວຽກງານບໍລິຫານ ກອງເລຂາ ແລະ ເພື່ອປຶກສາຫາລືວາງແຜນວຽກຂອງອົງການປະຈຳປີ 2023 ແລະ ວຽກໃນຕໍ່ໜ້າ.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ກ່າວຄຳປາໄສໃນກອງປະຊຸມ ໃນພາກອະພິປາຍທົ່ວໄປ ໂດຍຊີ້ໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ເປັນຕົ້ນ ບັນຫາດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ສົ່ງຜົນກະທົບຕໍ່ທຸກປະເທດໃນທົ່ວໂລກ ໂດຍສະເພາະຕໍ່ກັບບັນດາປະເທດທີ່ມີຄວາມບອບບາງ ຊຶ່ງອາດເປັນປັດໄຈສຳຄັນທີ່ເຮັດໃຫ້ປະເທດເຫລົ່ານັ້ນ ບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້. ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນຫລາຍຕໍ່ກັບແນວທາງການພັດທະນາ ແລະ ການເຕີບໂຕສີຂຽວ, ສະອາດ ແລະ ມີຄວາມທົນທານຕໍ່ການປ່ຽນ ແປງຂອງດິນຟ້າອາກາດ; ພ້ອມທັງຢໍ້າຄືນຄວາມໝາຍໝັ້ນໃນການສະກັດກັ້ນ ແລະ ຫລຸດຜ່ອນຜົນກະ ທົບຈາກການປ່ຽນແປງຂອງດິນຟ້າອາກາດ; ລວມເຖິງການຮ່ວມມືຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງນະໂຍບາຍ ແລະ ຍຸດທະສາດດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ໃຫ້ສົມບູນແບບ ແລະ ແທດເໝາະຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອບັນລຸບັນດາຄາດໝາຍແຫ່ງຊາດ ກໍຄື ການປະຕິບັດພັນທະສາກົນ ລວມທັງເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໃນປີ 2030.

ພ້ອມກັນນີ້, ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ Armida Salsiah Alisjahbana, ຮອງເລຂາທິການ ອົງການ ສປຊ ແລະ ທັງເປັນ ເລຂາທິການບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມອົງການ ສປຊ ປະຈໍາພາກພື້ນ ອາຊີ-ປາຊີຟິກ (UNESCAP) ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNESCAP ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການກະກຽມເປັນປະທານອາຊຽນໃນປີ 2024 ແລະ ການກະກຽມຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ມີການປະກອບສ່ວນຢ່າງຫ້າວຫັນໃນການປະກອບຄຳເຫັນ ໃນວາວລະຕ່າງໆຂອງກອງປະຊຸມ ໂດຍສະເພາະ ໄດ້ປະກອບຄໍາເຫັນໃນວາລະທີ 3 ກ່ຽວກັບ ການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ການຮ່ວມມືເພື່ອແກ້ໄຂຜົນກະທົບທາງດ້ານການປ່ຽນແປງດິນຟ້າອາກາດ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວພັນກັນ ເນື່ອງຈາກການຈັດຕັ້ງປະຕິບັດວຽກງານຕ່າງໆໃນປັດຈຸບັນ ແລະ ອະນາຄົດລ້ວນແຕ່ ປະເຊີນກັບສິ່ງທ້າທາຍ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ການພັດ ທະນາຂອງບັນດາປະເທດດ້ອຍພັດທະນາ, ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ບັນດາປະເທດເກາະດອນນ້ອຍກຳລັງພັດທະນາ ລວມທັງ ສປປ ລາວ.

ໃນຕອນທ້າຍຂອງກອງປະຊຸມ, ຈະມີການຮັບຮອງເອົາຮ່າງຍັດຕິຈຳນວນ 10 ສະບັບ ແລະ ມະ ຕິຂອງກອງປະຊຸມຈໍານວນ 12 ສະບັບ ແລະ ພ້ອມທັງປຶກສາຫາລືເພື່ອຈະກຳນົດເອົາຫົວຂໍ້ “ການນຳໃຊ້ນະວັດຕະກຳດີຈິຕອນໃຫ້ເກີດຜົນ ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນອາຊີ ແລະ ປາຊີຟິກ” ເປັນຫົວຂໍ້ ສໍາລັບການດໍາເນີນກອງປະຊຸມປະຈໍາປີຂອງ UNESCAP ຄັ້ງທີ 80 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນເມສາ ປີ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments