Tuesday, September 24, 2024
Homeຂ່າວພາຍໃນພະແນກພະລາທິການກອງພັນໃຫຍ່ 11 ຮັບປະກັນການກິນອີ່ມ - ນຸ່ງອຸ່ນໃຫ້ກຳລັງຫັດແອບຊ້ອມຮົບຮ່ວມລາວ - ຈີນ " ໂລ້ກຳບັງມິດຕະພາບ - 2023 "

ພະແນກພະລາທິການກອງພັນໃຫຍ່ 11 ຮັບປະກັນການກິນອີ່ມ – ນຸ່ງອຸ່ນໃຫ້ກຳລັງຫັດແອບຊ້ອມຮົບຮ່ວມລາວ – ຈີນ ” ໂລ້ກຳບັງມິດຕະພາບ – 2023 “

ສະຫາຍ ພັນໂທ ບົວລອງ ສອນປັນຍາໄຊ ຫົວໜ້າພະແນກພະລາທິການກອງພັນໃຫຍ່ 11 ໃຫ້ຮູ້ວ່າ: ວຽກງານຮັບປະກັນການກິນອີ່ມ – ນຸ່ງອຸ່ນ ໃຫ້ກຳລັງກອງພັນໃຫຍ່ 11 ໃນການຫັດແອບຊ້ອມຮົບຮ່ວມລາວ – ຈີນ ” ໂລ່ກຳບັງມິດຕະພາບ – 2023 ” ແມ່ນວຽກງານໜຶ່ງທີ່ສຳຄັນ ເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງທັບ – ລ້ຽງດູທັບ ແນໃສ່ເຮັດໃຫ້ພະນັກງານ – ນັກຮົບ ຕະຫລອດເຖິງ ກຳລັງຫັດເເອບຊ້ອມຮົບຮ່ວມ ລາວ – ຈີນ ໄດ້ກິນອີ່ມ – ນຸ່ງອຸ່ນ, ມີສຸຂະພາບແຂງແຮງກຽມພ້ອມປະຕິບັດໜ້າທີ່ – ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ, ເວົ້າສະເພາະກໍແມ່ນຢູ່ໃນສະໜາມຫັດແອບຊ້ອມຮົບຮ່ວມ ລາວ – ຈີນ ” ໂລ້ກຳບັງມິດຕະພາບ – 2023 “.

ເຊີ່ງອະນຸກຳມະການຮັບຜິດຊອບ ວຽກງານອຸປະໂພກ – ບໍລິໂພກພາກສະໜາມ ກໍໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າຕາມການມອບໝາຍຂອງກົມໃຫຍ່ພະລາທິການກອງທັບ ກໍຄື ກະຊວງປ້ອງກັນປະເທດຢ່າງເຂັ້ມງວດ, ໂດຍສະເພາະການເບີກຈ່າຍເຄື່ອງອຸປະໂພກ ຕາມອັດຕາ ແລະ ຈຳນວນທີ່ຂັ້ນເທິງຕົກລົງ, ຜ່ານການຈັດຕັ້ງປະຕິບັດຕົວຈິ່ງພວກ ເຮົາສາມາດຮັບປະກັນການເບີກຈ່າຍໄດ້ 100%, ສ່ວນດ້ານ ບໍລິໂພກ ກໍໄດ້ຈັດຕັ້ງເອື້ອຍລ້ຽງຈຳນວນໜຶ່ງ ແລະ ແບ່ງໜ້າທີ່ ໃຫ້ແຕ່ລະສະຫາຍຮັບຜິດຊອບແຕ່ລະໜ້າວຽກງານເພື່ອຮັບປະກັນ ການກິນຢູ່ໃຫ້ຖືກກັບຫລັກອະນາໄມ ເຮັດໃຫ້ ພະນັກງານ – ນັກຮົບ ກໍຄື ນັກຫັດແອບທຸກສະຫາຍມີສຸຂະພາບທີ່ດີ ແລະ ມີຄວາມແຂງແຮງເຂັ້ມແຂງ ເພື່ອພ້ອມກັນຮັບໃຊ້ ໃນບັ້ນຫັດແອບຊ້ອມຮົບຮ່ວມລາວ – ຈີນ ຄັ້ງນີ້ ໃຫ້ສຳເລັດຕາມເປົ້າໝາຍ.

ສະຫາຍ ພັນໂທ ບົວລອງ ສອນປັນຍາໄຊ ໃຫ້ຮູ້ຕື່ມວ່າ: ຫລັງຈາກໄດ້ຮັບການມອບໝາຍໜ້າທີ່ ຈາກຂັ້ນເທິງ ພວກເຮົາກໍໄດ້ເອົາໃຈ ໃສ່ຈັດຕັ້ງຜັດປ່ຽນກັນປຸ່ງແຕ່ງອາຫານ 3 ຄາບຕໍ່ມື້ ( ເຊົ້າ, ສວຍ,ແລງ ) ເພື່ອຮັບປະກັນໃຫ້ອ້າຍນ້ອງໄດ້ກິນ ອາຫານທີ່ສະອາດ, ສົດຮ້ອນ, ພ້ອມທັງຮັບປະກັນຖືກຕ້ອງ ຕາມຫລັກການອະນາໄມ ແນໃສ່ຮັບປະກັນໃຫ້ທຸກສະຫາຍມີ ສຸຂະພາບທີ່ດີ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດຕາມການມອບໝາຍຂອງຂັ້ນເທິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments