Tuesday, September 24, 2024
Homeຂ່າວຕ່າງປະເທດຂໍ້ລິເລີ່ມການນຳໜຸ່ມ ອາຊີ ຕາເວັນອອກ ສ່ຽງໃຕ້ 2023

ຂໍ້ລິເລີ່ມການນຳໜຸ່ມ ອາຊີ ຕາເວັນອອກ ສ່ຽງໃຕ້ 2023

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ກອງປະຊຸມລະດັບພາກພື້ນ “ຂໍ້ລິເລີ່ມການນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ (YSEALI) 2023” ໂດຍສະຖານທູດອາເມລິກາ ປະຈຳ ສສ ຫວຽດນາມ ແລະ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ສົມທົບກັນ ຈັດຂຶ້ນໃນວັນທີ 16 ພຶດສະພານີ້, ຢູ່ນະຄອນຫລວງຮ່າໂນ້ຍ ຂອງ ສສ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືສາກົນແມ່ນໂອກາດເພື່ອໃຫ້ຜູ້ແທນໄດ້ແລກປ່ຽນ ກ່ຽວກັບແນວຄວາມຄິດການສຶກສາ, ຮຽນຮູ້ບົດຮຽນປະສົບການ ຈາກນັກຊ່ຽວຊານ, ທີ່ປຶກສາດ້ານການສຶກສາທີ່ມີອິດທິພົນຊື່ສຽງ, ຈາກນັ້ນ ສ້າງພື້ນຖານແກ່ບັນດາມາດຕະການປະດິດຄິດສ້າງຕໍ່ການທົດສອບ ເຊິ່ງໂລກພວມຜະເຊີນໜ້າ. ສຳລັບ​ກອງ​ປະຊຸມຄັ້ງນີ້ມີຄູ ອາຈານ, ນັກວາງກຳນົດນະໂຍບາຍ, ທີ່ປຶກສາ ແລະ ນັກຊ່ຽວຊານໜຸ່ມທີ່ເຮັດວຽກຢູ່ຮາກຖານການສຶກສາຕ່າງໆ, ອົງການລັດຖະບານ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດາອົງການຈັດຕັ້ງສັງຄົມ ຈຳນວນ 75 ຄົນ ຫລັງ​ຈາກບັນດາການນຳໜຸ່ມດີເດັ່ນທີ່ໄດ້ຜ່ານ​ການຄັດເລືອກຢ່າງເຄັ່ງຄັດ ຈາກຜູ້ສະໝັກຫລາຍກວ່າ 900 ຄົນ ຂອງກຸ່ມ​ປະ​ເທດສະມາຊິກອາຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments