Thursday, September 26, 2024
Homeຂ່າວກິລາສະຖາບັນເຕັກໂນໂລຊີສຸດສະກະ ຊຸກຍູ້ 17 ລ້ານກີບ ຊ່ວຍທັບນັກກິລາຄົນພິການລາວຮ່ວມ “ອາຊຽນພາຣາເກມ”

ສະຖາບັນເຕັກໂນໂລຊີສຸດສະກະ ຊຸກຍູ້ 17 ລ້ານກີບ ຊ່ວຍທັບນັກກິລາຄົນພິການລາວຮ່ວມ “ອາຊຽນພາຣາເກມ”

ສະຖາບັນເຕັກໂນໂລຊີ ສຸດສະກະ ປະກອບສ່ວນມອບເງິນສົດ ຈຳນວນ 17 ລ້ານກີບ ສະໜັບສະໜູນທັບນັກກິລາຄົນພິການທີມຊາດລາວ ໃນຈຳນວນ 7 ປະເພດກິລາ ກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນກິລາຄົນພິການອາຊຽນ ຫຼື “ອາຊຽນ ພາຣາເກມ” ຄັ້ງທີ 12 ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 3-09 ມິຖຸນາ 2023.

ພິທີມອບ-ຮັບເງິນສະໜັບສະໜູນທັບນັກກິລາຄົນພິການທີມຊາດລາວໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 11 ພຶດສະພາ ຜ່ານມາ ທີ່ກົມກິລາມວນຊົນ, ພະລະ ແລະ ສິລປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ໂດຍມີຜູ້ຕາງໜ້າສະຖາບັນດັ່ງກ່າວ ກ່າວມອບ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍຄະນະ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງ 2 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ການແຂ່ງຂັນງານແຂ່ງຂັນກິລາ ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 3-09 ມິຖຸນາ 2023ນີ້ ຈະມີການຊີງໄຊທັງໝົດ 14 ປະເພດກິລາ ໂດຍມີນັກກິລາຈາກ 11 ຊາດ ໃນຂົງເຂດອາຊຽນ ເຂົ້າຮ່ວມແຂ່ງຂັນ ສະເພາະ ສປປ ລາວ ຈະສົ່ງນັກກິລາຮ່ວມທັງໝົດ 89 ຄົນ, ຍິງ 35 ຄົນ ຈາກ 7 ປະເພດກິລາ ປະກອບມີ ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາຍົກນໍ້າໜັກ, ກິລາໂກນບານ, ກິລາບານບ້ວງລໍ້ເລື່ອນ, ກິລາບັອດເຊຍ ແລະ ກິລາບານເຕະຄົນພິການຕາ ທັງ 7 ປະເພດກິລາດັ່ງກ່າວ ໄດ້ມີການເຄື່ອນໄຫວຝຶກຊ້ອມມາແຕ່ 13 ມີນາ 2023 ເຖິງວັນທີ 28 ພຶດສະພາ 2023 ນັບມາຮອດປັດຈຸບັນມີຄວາມພ້ອມເກືອບເຕັມ 100% ແລະ ທັງໝົດແມ່ນຈະອອກເດີນທາງພ້ອມກັນໃນວັນທີ 31 ພຶດສະພານີ້ ດ້ວຍສາຍການບິນ ຫວຽດນາມແອລາຍ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments