Thursday, September 26, 2024
Homeຂ່າວກິລາ“ເຈດ ພົມສະຫວັດ ສະເລແມນ” ໜຶ່ງໃນນັກກິລາລາວ ທີ່ສ້າງຜົນງານພົ້ນເດັ່ນໃນຊີເກມ ຄັ້ງທີ 32

“ເຈດ ພົມສະຫວັດ ສະເລແມນ” ໜຶ່ງໃນນັກກິລາລາວ ທີ່ສ້າງຜົນງານພົ້ນເດັ່ນໃນຊີເກມ ຄັ້ງທີ 32

ທ້າວ ເຈດ ພົມສະຫວັດ ສະເລແມນ ນັກກິລາຈູຈິດຊູທີມຊາດລາວ ປະເພດຕໍ່ສູ້ ເປັນອີກຄົນໜຶ່ງທີ່ ສາມາດສ້າງຜົນງານໄດ້ໂດດເດັ່ນ ໃນການເຂົ້າຮ່ວມເເຂ່ງຂັນໃນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກໍາປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023.

ທ້າວ ເຈດ ພົມສະຫວັດ ສະເລແມນ ໃຫ້ສໍາພາດວ່າ: ພາຍຫຼັງທີ່ຕົນເອງໄດ້ຖືກຄັດເລືອກຈາກສະຫະພັນກິລາຈູຈິດຊູເເຫ່ງຊາດລາວ ໃຫ້ຕິດທີມຊາດລາວ ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດທີ່ໄດ້ຮັບໃຊ້ທີມຊາດລາວ ຊຶ່ງເປັນບ້ານເກີດເມືອງນອນ ພາຍຫຼັງຈາກນັ້ນຕົນເອງໄດ້ຝຶກຊ້ອມທາງດ້ານເຕັກນິກວິທີການຕໍ່ສູ້ຢ່າງໜັກໜ່ວງ ເເລະ ຕໍ່ເນື່ອງ ເພື່ອຫວັງຍາດໃຫ້ໄດ້ຫຼຽນໃດຫຼຽນໜຶ່ງມາໃຫ້ປະເທດຊາດ ເນື່ອງຈາກກິລາຈູຈິດຊູເປັນກິລາໃໝ່ ເເລະ ຫາກໍຖືກບັນຈຸເຂົ້າຮ່ວມໃນການເເຂ່ງຂັນຊີເກມໃນຄັ້ງນີ້.

ຜ່ານການເຂົ້າຮ່ວມແຂ່ງຂັນກິລາຈູຈິດຊູ ໃນຊີເກມ ຄັ້ງທີ32 ຕົນເອງໄດ້ເຮັດສຸດຄວາມສາມາດ ຜ່ານເຂົ້າຮອບ 8 ຄົນ ເເລະ ຮອບ 4 ຄົນສຸດທ້າຍ ໂດຍຊະນະນັກຈາກປະເທດຟິລິບປິນ ເເລະ ນັກກິລາກໍາປູເຈຍ ເຈົ້າພາບ, ຜ່ານເຂົ້າໄປຊີງຫຼຽນຄໍາກັບນັກກິລາສິງກະໂປ ແຕ່ໃນຮອບຊີງຫຼຽນຄໍາ ເສຍໃຫ້ນັກກິລາສິງກະໂປ ເຮັດໃຫ້ໄດ້ຫຼຽນເງິນ ແຕ່ຕົນເອງກໍດີໃຈທີ່ໄດ້ເຮັດສຸດຄວາມສາມາດແລ້ວ ແລະ ໃນຊີເກມຄັ້ງຕໍ່ໄປຈະຕັ້ງໃຈຝຶກຊ້ອມໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຍາດເອົາຫຼຽນຄໍາມາໃຫ້ປະເທດຊາດ ກໍຄືປະຊາຊົນລາວໃຫ້ໄດ້.

ຂໍ້ມູນ: ວິທະຍຸແຫ່ງຊາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments