Tuesday, October 22, 2024
Homeຂ່າວຕ່າງປະເທດພັກກ້າວໄກ ຍາດໄດ້ບ່ອນນັ່ງສະມາຊິກສະພາຜູ້ແທນລາຊະດອນຫລາຍທີ່ສຸດ

ພັກກ້າວໄກ ຍາດໄດ້ບ່ອນນັ່ງສະມາຊິກສະພາຜູ້ແທນລາຊະດອນຫລາຍທີ່ສຸດ

ສຳນັກ​ຂ່າວ​ໄທ ວັນ​ທີ 15 ພຶດສະພາ​ນີ້ ປະທານຄະນະ​ກຳມະການ​ເລືອກ​ຕັ້ງຂອງ​ໄທ ຖະ​ແຫລ​ງຜົນ​ການ​ເລືອກ​ຕັ້ງສະພາ​ຜູ້​ແທນ​ລາຊະ​ດອນ (ສສ) ຊຸດ​ໃໝ່ທົ່ວ​ປະ​ເທດຢ່າງ​ບໍ່​ເປັນທາງ​ການ ແມ່ນພັກ​ກ້າວ​ໄກຍາດ​ໄດ້​ບ່ອນ​ນັ່ງ ສສ ​ເປັນ​ອັນ​ດັບ 1 ​ຫລັງຈາກນີ້ຈະ​ເລັ່ງພິຈາລະນາ ຮັບຮອງ ​ຜົນ​ການ​ເລືອກ​ຕັ້ງ ທົ່ວປະເທດ ພາຍ​ໃນ 90ວັນ ຕາມ​ທີ່​ ກົດໝາຍ ​ກຳນົດ​ ​ໂດຍມີ ​ຜູ້​ອອກ​ມາ​ໃຊ້​ສິດ​ການ​ເລືອກ​ຕັ້ງຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ. ສຳລັບຜົນການເລືອກຕັ້ງແບບບໍ່ເປັນທາງການ ໂດຍ ສສ ​ແບບ​ແບ່ງ​ເຂດເລືອກຕັ້ງ, ອັນດັບທີ 1 ​ແມ່ນພັກກ້າວ​ໄກ ຍາດ​ໄດ້ 152 ບ່ອນ​ນັ່ງ ຕາມ​ມາ​ດ້ວຍ ພັກ​ເພື່ອ​ໄທ 141 ບ່ອນ​ນັ່ງ, ພັກ​ພູມ​ໃຈ​ໄທ 70ບ່ອນ​ນັ່ງ, ພັກ​ພະລັງ​ ປະຊາຣັດ 40 ບ່ອນ​ນັ່ງ ​ແລະ ພັກ​ລວມ​ໄທສ້າງ​ຊາດ 36 ບ່ອນ​ນັ່ງຕາມ​ລຳດັບ.

ຂະນະ​ທີ່ ​ຄະນະ​ ກຳມະການ​ ເລືອກ​ຕັ້ງ ຂອງ​ໄທ ຍັງ​ຈະ​ກວດ​ສອບ​ ການ​ນັບ​ຄະ​ແນນ ​ຢ່າງ​ລະອຽດ ກ່ອນ​ຈະ ​ປະກາດ​ ຮັບຮອງ​ ຜົນ​ການ ​ເລືອກ​ຕັ້ງ ຄັ້ງນີ້ ຢ່າງ​ເປັນ​ທາງ​ການ.ປັດຈຸບັນ ທ່ານ ປຣະຢຸດ ຈັນ​ໂອຊາ ຍັງ​ເປັນ​ນາຍົກ ລັດຖະມົນຕີ ຮັກສາ​ການ ຂອງ​ໄທ ຈົນ​ກວ່າ ຈະ​ມີ​ການ​ແຕ່​ຕັ້ງ ຄະນະ​ລັດຖະບານ ຊຸດ​ໃໝ່​ ຢ່າງ​ເປັນ​ທາງ​ການ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments