Tuesday, October 22, 2024
Homeຂ່າວຕ່າງປະເທດຈີ 7 ຈະສະໜອງບ້ວງເງິນຊ່ວຍເຫລືອໃຫ້ປະເທດທີ່ມີລາຍໄດ້ຕ່ຳ-ປານກາງ

ຈີ 7 ຈະສະໜອງບ້ວງເງິນຊ່ວຍເຫລືອໃຫ້ປະເທດທີ່ມີລາຍໄດ້ຕ່ຳ-ປານກາງ

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ບັນດາລັດຖະມົນຕີກະຊວງການເງິນຂອງກຸ່ມບັນດາປະເທດອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ຈະສະໜອງບ້ວງເງິນ ຊ່ວຍເຫລືອໃຫ້ບັນດາປະເທດ ທີ່ມີລາຍຮັບຕ່ຳ ແລະ ປານກາງ ເພື່ອໃຫ້ບັນດາປະເທດເຫລົ່ານັ້ນ ສາມາດມີບົດບາດທີ່ໃຫຍ່ຫລວງກວ່າໃນລະບົບສະໜອງ ຜະລິດຕະພັນ ທີ່ກ່ຽວ ຂ້ອງເຖິງ ພະລັງງານ. ໃນຮ່າງຖະແຫລງການ ສະບັບ ສຸດທ້າຍ ຂອງ ກອງປະຊຸມ ລັດຖະມົນຕີ ກະຊວງ ການເງິນ ແລະ ຜູ້ວ່າການທະນາ ຄານ ສູນກາງ ຈີ7 ​ຈັດ​ຂຶ້ນ​ ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ນະຄອນ ນິກາ​ຕະ (Niigata) ຂອງ ຍີ່ປຸ່ນ ​ໄດ້​ຕົກລົງ ​ເຫັນ​ດີ ການຫັນລະບົບ ສະໜອງ ທົ່ວ ໂລກ ເປັນຫລາຍຮູບ ຫລາຍແບບ ສາມາດ ປະກອບສ່ວນ ປ້ອງກັນ ຄວາມ ໝັ້ນຄົງ ດ້ານພະລັງ ງານ ແລະ ຊ່ວຍຮັກສາ ເສດຖະກິດ ມະຫາພາກ ເປັນ ປົກກະຕິ. ຂະນະ​ທີ່ ຈີ7 ຈະເຮັດວຽກກັບ ບັນດາປະເທດ ທີ່ມີຄວາມສົນໃຈ ແລະ ອົງການ ຈັດຕັ້ງ ສາກົນ ທີ່ກ່ຽວຂ້ອງ ດ້ວຍເປົ້າໝາຍ ເລີ່ມປະຕິບັດ ແຜນການນີ້ ຊ້າສຸດ ແມ່ນ ໃນທ້າຍປີນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments