Tuesday, October 22, 2024
Homeຂ່າວຕ່າງປະເທດຜູ້ນຳ ສ.ອາເມລິກາ-ສ.ເກົາຫລີ-ຍີ່ປຸ່ນຈະປຶກສາຫາລືການຮ່ວມມື ຍຸດທະສາດ

ຜູ້ນຳ ສ.ອາເມລິກາ-ສ.ເກົາຫລີ-ຍີ່ປຸ່ນຈະປຶກສາຫາລືການຮ່ວມມື ຍຸດທະສາດ

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ຫ້ອງວ່າການປະທານນາທິບໍດີ ສ.ເກົາຫລີ ແຈ້ງໃຫ້ຊາບວ່າ: ທ່ານ Yoon Suk–yeol, ປະທານນາທິບໍດີ ສ.​ເກົາຫລີ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ນະຄອນ Hiroshima ຂອງປະເທດຍີ່ປຸ່ນ ຈະຈັດ​ຂຶ້ນແຕ່ວັນທີ 19–21 ພຶດສະພາ ແລະ ການພົບປະ 3 ຝ່າຍ ຢູ່ນອກກອງປະຊຸມກັບຄູ່ຕຳແໜ່ງ ສ.ອາເມລິກາ ທ່ານ Joe Biden ແລະ ທ່ານ Fumio Kishida, ນາຍົກລັດຖະມົນຕີຍີ່ປຸ່ນ ​ເພື່ອປຶກສາຫາລືບັນດາມາດຕະການ ຮ່ວມມືຍຸດທະສາດໃນການຮັບມືກັບໄພນາບຂູ່ດ້ານນິວເຄລຍ, ວິກິດການດ້ານພະລັງງານ ແລະ ບັນດາ ສິ່ງທ້າ ທາຍລວມ ອື່ນໆອີກ. ຈາກ​ນັ້ນ ຜູ້ນຳ 3 ປະເທດ ຈະຍົກອອກ ຖະແຫລງການຮ່ວມ ກ່ຽວກັບ ບັນດາ ຄວາມກ້າວໜ້າທີ່ບັນລຸໄດ້ ແລະ ໝາກຜົນແຫ່ງ ການ ຮ່ວມມື, ແທນທີ່ ການ ລົງນາມ ຂໍ້ຕົກລົງໃໝ່.ຂະນະ​ທີ່ ທ່ານ Yoon Suk–yeol, ປະທານາທິບໍດີ ສ.​ເກົາຫລີ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ G7 ດ້ວຍຖານະ ເປັນຜູ້ນຳ ຂອງປະເທດໜຶ່ງ ໄດ້ຮັບຄຳ ເຊີນ, ຍ້ອນວ່າ ສ ເກົາຫລີ ບໍ່ແມ່ນ ສະມາຊິກຂອງ G7.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments