Monday, October 21, 2024
Homeຂ່າວຕ່າງປະເທດສປ ຈີນ ສົ່ງອອກລົດເພີ່ມຂຶ້ນຢ່າງຫລວງຫລາຍ

ສປ ຈີນ ສົ່ງອອກລົດເພີ່ມຂຶ້ນຢ່າງຫລວງຫລາຍ

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ ​ແຫ່ງ ສປ ຈີນ ອີງຕາມຂໍ້ມູນຫລ້າສຸດທີ່ເປີດເຜີຍໂດຍອົງການດ່ານພາສີແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ໃນ 4 ເດືອນ ທຳອິດຂອງປີນີ້, ມູນຄ່າການສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ ຂອງ ສປ ຈີນ ບັນລຸເຖິງ 7.670 ຕື້ຢວນ ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ ປີກາຍ. ໃນນັ້ນການສົ່ງອອກລົດໄດ້ເພີ່ມຂຶ້ນຫລາຍທີ່ສຸດ. ຫລັງ​ຈາກສະມາຄົມອຸດສາ ຫະກຳລົດ ຂອງສປ ຈີນ ໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ: ໃນເດືອນເມສາປີນີ້ ວິສາຫະກິດລົດ ຂອງ ສປ ຈີນ ໄດ້ສົ່ງອອກ ລົດ 376.000 ຄັນ ເພີ່ມຂຶ້ນ 1,7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໄດ້ບັນລຸການເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ວ່ອງໄວ.

ໃນໄຕມາດທຳອິດຂອງປີນີ້, ສປ ຈີນ ໄດ້ສົ່ງອອກລົດ 1.070.000 ຄັນ ເພີ່ມຂຶ້ນ 58,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ສ່ວນຍີ່ປຸ່ນຍັງເປັນປະເທດ ສົ່ງອອກລົດຫລາຍທີ່ສຸດຢູ່ໃນໂລກ ໃນປີ 2022 ຜ່ານມານັ້ນໄດ້ສົ່ງອອກລົດ 954.000 ຄັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments