Sunday, October 20, 2024
Homeຂ່າວຕ່າງປະເທດຈີນຮຽກຮ້ອງໃຫ້ປະຊາຄົມໂລກພັດທະນາປະເທດທີ່ມີລາຍຮັບປານກາງ

ຈີນຮຽກຮ້ອງໃຫ້ປະຊາຄົມໂລກພັດທະນາປະເທດທີ່ມີລາຍຮັບປານກາງ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາ, ທ່ານ ຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນກອງປະຊຸມຂັ້ນສູງປະເທດທີ່ມີລາຍຮັບປານກາງໃນສະມັດຊາໃຫຍ່ອົງການສະຫະປະຊາຊາດ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນການພັດທະນາປະເທດທີ່ມີລາຍຮັບປານກາງ.

ທ່ານ ຈ່າງຈວິ່ນ ກ່າວວ່າ: ປັດຈຸບັນເສດຖະກິດໂລກຟື້ນຕົວຄືນຢ່າງຊັກຊ້າ, ປັດໄຈທີ່ບໍ່ແນ່ນອນ ປະເພດຕ່າງໆໄດ້ເພີ່ມຂຶ້ນ. ບັນດາປະເທດພວມພັດທະນາ ຊຶ່ງລວມທັງປະເທດທີ່ມີລາຍຮັບປານກາງໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ປະຊາຄົມໂລກຄວນສາມັກຄີ ແລະ ຮ່ວມມືກັນ ພ້ອມກັນສະໜັບສະໜູນປະເທດທີ່ມີລາຍຮັບປານກາງ ຊອກຄົ້ນຫາເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຂອງປະເທດຕົນ, ວາງບາດກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງທີ່ມີຄຸນນະພາບສູງຢ່າງບໍ່ຢຸດຢັ້ງ.

ທ່ານ ຈ່າງຈວິ່ນ ກ່າວຕື່ມວ່າ: ຈີນໄດ້ລິເລີ່ມຂະບວນການໃໝ່ທີ່ສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ຈີນຍິນດີຮ່ວມກັບບັນດາປະເທດພ້ອມກັນຊຸກຍູ້ການພັດທະນາຮ່ວມກັນ ເພື່ອສ້າງອະນາຄົດຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments