Saturday, October 19, 2024
Homeຂ່າວດ່ວນລະດູຝົນ ທຸກຄົນຕ້ອງພ້ອມກັນເປັນເຈົ້າການປ້ອງກັນພະຍາດໄຂ້ຍຸງລາຍ

ລະດູຝົນ ທຸກຄົນຕ້ອງພ້ອມກັນເປັນເຈົ້າການປ້ອງກັນພະຍາດໄຂ້ຍຸງລາຍ

ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກເປັນໜຶ່ງພະຍາດທີ່ເປັນອັນຕະລາຍຕໍ່ຄົນເຮົາ ຊຶ່ງເປັນເຊື້ອໄວຣັດຊະນິດໜຶ່ງທີ່ເກີດຈາກເຊື້ອຈຸລະໂຣກ ຫຼື ເຊື້ອໄວຣັດ ໂດຍໂຕຍຸງລາຍທີ່ກັດຄົນເຮົາ ເປັນຕົ້ນແມ່ນໃນກາງເວັນ, ພະຍາດດັ່ງກ່າວ ຍັງມັກເກີດຂຶ້ນຫຼາຍໃນໄລຍະລະດູຝົນ. ສະນັ້ນ, ທຸກຄົນໃນສັງຄົມພ້ອມກັນເປັນເຈົ້າການປ້ອງກັນຕົນເອງ, ຄົນໃນຄອບຄົວ ຕໍ່ພະຍາດດັ່ງກ່າວ ໂດຍປະຕິບັດຕາມຫຼັກການ 5 ປ ທີ່ ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ແລະ ເປັນປະຈຳ ເພື່ອບໍ່ໃຫ້ເກີດເປັນພະຍາດດັ່ງກ່າວມາສູ່ຕົນເອງ, ຄົນທີ່ທ່ານຮັກ ຫຼື ຄົນໃນຄອບຄົວ.

ການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ແມ່ນເກີດຂຶ້ນມາຫຼາຍປີ, ເຮັດໃຫ້ເກີດມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ, ບາງເຂດ, ເມືອງ, ແຂວງເມື່ອຮອດລະດູຝົນແລ້ວຈະມີຜູ້ເປັນພະຍາດໄຂ້ຍຸງລາຍຈຳນວນຫຼາຍ ເຮັດໃຫ້ມີຄົນເຈັບເຂົ້ານອນໂຮງໝໍ ຈົນລົ້ນໂຮງໝໍ. ດັ່ງນັ້ນ, ເພື່ອບໍ່ໃຫ້ເປັນພະຍາດດັ່ງກ່າວໃນລະດູຝົນນີ້, ທຸກຄົນຕ້ອງພ້ອມກັນເປັນເຈົ້າການມີສະຕິໃນການປ້ອງກັນ ແລະ ປົກປ້ອງຄົນທີ່ທ່ານຮັກຄື: ການຮັກສາຄວາມສະອາດພາຍໃນ ແລະ ພາຍນອກ (ນອກເຮືືອນ) ໃຫ້ສະອາດຢູ່ສະເໝີ, ເຮັດອະນາໄມກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ບໍ່ໄດ້ໃຊ້ຖີ້ມ, ເມື່ອເວລາຝົນຕົກລົງມາບໍ່ໃຫ້ມີນໍ້າຂັງ ກາຍເປັນບ່ອນເພາະພັນຂອງຍຸງລາຍ ແລະ ຖ້າບ້ານເຮືອນມີຫຍ້າຮົກເຮື້ອ ຫຼື ມີຕົ້ນໄມ້ຫົ່ມຫຼາຍກໍຕ້ອງໄດ້ອະນາໄມ, ຕັດຮອນຖິ້ມໃຫ້ມີແສງແດດສອດສ່ອງແດ່ກໍຈະເປັນການດີ. ພ້ອມນັ້ນ, ເວລານອນກາງເວັນ ຫຼື ກາງຄືນ ທຸກຄົນກໍຕ້ອງນອນໃນມຸ້ງ, ທາຢາກັ່ນຍຸງ ແລະ ອື່ນໆ. ທີ່ສໍາຄັນຕ້ອງເປັນເຈົ້າການປະຕິບັດຫຼັກການ 5 ປ ຄື: ປິດຝາພາຊະນະທີ່ເກັບນ້ຳໃຫ້ແຈບດີເພື່ອບໍ່ໃຫ້ມີຍຸງວາງໄຂ່ໃສ່, ປ່ຽນນ້ຳ ແລະ ຜັດຖູພາຊະນະ, ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ, ປັບປຸງອະນາໄມສິ່ງແວດລ້ອມເຮືອນບໍ່ໃຫ້ມີແຫຼ່ງເພາະພັນ ແລະ ປະຕິບັດເປັນປະຈຳທຸກໆອາທິດ. ໃນນັ້ນ, ເພື່ອປ້ອງກັນພະຍາດດັ່ງກ່າວ, ເພື່ອໃຫ້ທ່ານມີສຸຂະພາບຮ່າງກາຍດີ, ແຂງແຮງ ຕ້ອງນອນພັກຜ່ອນໃຫ້ພຽງພໍ, ກິນອາຫານໃຫ້ຄົບ 5 ໝູ່ໃນແຕ່ລະວັນ, ອອກກຳລັງກາຍເປັນປະຈຳ ແລະ ອື່ນໆ. ເຊື່ອວ່າທ່ານ ແລະ ຄົນໃນຄອບຄົວ ຈະມີສຸຂະພາບແຂງແຮງ, ບໍ່ເຈັບເປັນງ່າຍ.

ສໍາລັບອາການຂອງຄົນທີ່ເປັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ມີຄືແນວໃດ? ຈາກຂໍ້ມູນ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຜູ້ທີ່ເປັນໄຂ້ຍຸງຈະມີອາການຄື: ມີໄຂ້ສູງ 2-3 ວັນ, ປວດຫົວ, ປວດກະໂບງຕາ, ປວດກ້າມຊີ້ນ, ປວດຕາມຂໍ່ກະດູກ, ປວດຮາກ, ມີຜື່ນແດງຕາມຜີວໜັງ, ເລືອດຊຶມຕາມເຍື່ອເມືອກ, ຖ້າຮຸນແຮງຈະເກີດມີອາການຊ໋ອກ. ສະນັ້ນ, ເມື່ອທ່ານ ແລະ ຄົນໃນຄອບຄົວຂອງທ່ານຮູ້ສຶກບໍ່ສະບາຍ, ເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ ທີ່ໃກ້ບ້ານທ່ານໂດຍດ່ວນ ເພື່ອໃຫ້ແພດໝໍໄດ້ບົ່ງມະຕິ ແລ້ວກິນຢາຕາມແພດສັ່ງໃຫ້ຖືກວິທີ ແລະ ປິ່ນປົວຕາມອາການໃຫ້ທັນເວລາ. ມາຮອດວັນທີ 11 ພຶດສະພາ 2023 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 1.933 ຄົນ, ຕິດເຊື້ອໃໝ່ 35 ຄົນ, ແຂວງຄຳມ່ວນ 340 ຄົນ, ແຂວງອຸດົມໄຊ 306 ຄົນ, ນະຄອນຫຼວງວຽງຈັນ 234 ຄົນ ແລະ ແຂວງອື່ນໆ ຕາມລຳດັບ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments