Saturday, October 19, 2024
Homeຂ່າວກິລາອາເຊນອນ ຖືກ ໄບຣຕັນ ບຸກຖະຫຼົ່ມ 3-0 ໂອກາດຄວ້າແຊ໋ມພຣີເມຍລີກເຫຼືອໜ້ອຍ

ອາເຊນອນ ຖືກ ໄບຣຕັນ ບຸກຖະຫຼົ່ມ 3-0 ໂອກາດຄວ້າແຊ໋ມພຣີເມຍລີກເຫຼືອໜ້ອຍ

ສະຖານະການລຸ້ນແຊ໋ມເຕະບານພຣີເມຍລີກ ອັງກິດ ລະດູການ 2022-2023 ຫຼຸດລົງເຫຼືອໜ້ອຍທີ່ສຸດຈາກທີ່ເຄີຍເປັງເຕັງໜຶ່ງມາຕະຫຼອດປີ 2023 ຫຼ້າສຸດຖືກ ສະໂມສອນ ໄບຣຕັນ ບຸກມາຖະຫຼົ່ມເຖິງຖິ່ນ 3-0 ປະຕູ ເຮັດໃຫ້ມີຄະແນນຕາມຫຼັງ ແມນເຊັດເຕີ ຊິຕີ ເປັນ 4 ແຕ້ມ ແຕ່ແຂ່ງຂັນຫຼາຍກວ່າ 1 ນັດ.

ການແຂ່ງຂັນເຕະບານລາຍການດັ່ງກ່າວ ໄດ້ມີຂຶ້ນໃນຄ່ຳຄືນວັນທີ 14 ພຶດສະພາ 2023 ມີການລົງສະໜາມແຂ່ງຂັນທັງໝົດ 3 ຄູ່ ແຕ່ຄູ່ທີ່ໜ້າສົນໃຈ ສະໂມສອນ ອາເຊນອນ ທີມອັນດັບທີ 2 ຂອງຕາຕະລາງ ເປີດສະໜາມ ເອມິເຣດ ສະເຕດ້ຽມ ນະຄອນຫຼວງລອນດອນ ປະເທດອັງກິດ ຕ້ອນຮັບການມາຢາມຂອງ ສະໂມສອນ ໄບຣຕັນ ທີມຟອມແຮງ ທີ່ຍັງຢູ່ໃນເສັ້ນທາງລຸ້ນຕິດອັນດັບ 1 ໃນ 4 ເພື່ອຄວ້າໂຄຕ້າໄປຮ່ວມການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024.

ເກມນີ້, ໄບຣຕັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໂດຍໄດ້ປະຕູຂຶ້ນນຳກ່ອນ 1-0 ໃນນາທີ 50 ຈາກຈັງຫວະທີ່ ເອດຕູປິນຢານ ເຕີມເກມບຸກຂຶ້ນມາໃນເຂດໂທດ ແລ້ວເປີດບ້ານເຂົ້າກາງແຕ່ໄປຕຳກອງຫຼັງອາເຊນອນ ເດັ້ງມາເຂົ້າທາງຄືເກົ່າ ແລ້ວໄດ້ເປີດອີກຄັ້ງບານໄປຊື່ຫົວຂອງ ຮູລິໂອ ເອັນຊິໂອ ໄດ້ໂໝ່ງຈໍ່ໆເຂົ້າໄປຢ່າງສວຍງາມ.

ເກມຂອງອາເຊນອນ ຍັງບໍ່ດີຂຶ້ນ ມາເຖິງນາທີ 86 ມາເສຍປະຕູທີ 2 ເປັນ 0-2 ຈາກຈັງຫວະທີ່ພະຍາຍາມຂຶ້ນເກມຈາກແດນຂອງຕົນເອງ ແຕ່ເປີດບານໄປຕຳນັກເຕະໄບຣຕັນ ກ່ອນຈະມາເຂົ້າທາງ ເດນິດ ອຸນຄາບ ໃຊ້ຕີນຊິດບານຂ້າມຫົວ ອາຣອນ ແຣມເດວ ຜູ້ຮັກສາປະຕູອາເຊນອນເຂົ້າໄປຢ່າງເໜືອຊັ້ນ.

ເທົ່ານີ້ຍັງບໍ່ພໍມາເຖິງໄລຍະທົດເວລາບາດເຈັບ ນາທີ 90+5 ໄບຣຕັນ ທີມຢາມມາໄດ້ປະຕິດປິດທ້າຍເປັນ 3-0 ຈາກຈັງຫວະທີ່ ເດນິດ ອຸນຄາບ ຍິງໄກ ອາຣອນ ແຣມເດວ ໂດດປັດບານອອກມາແຕ່ໄປເຂົ້າທາງ ເອບິດ ເອັດຕູປິນຢານ ຍິງຊ້ຳເຂົ້າໄປ.

ສ່ວນເວລາທີ່ເຫຼືອທັງ 2 ທີມບໍ່ສາມາດຍິງປະຕູກັນໄດ້ເພີ່ມ ຈົບເກມ ອາເຊນອນ ຖືກ ໄບຣຕັນ ບຸກມາຖະຫຼົ່ມເຖິງຖິ່ນ ເອມິເຣດ ສະເຕດ້ຽມ 3-0 ປະຕູ ເຮັດໃຫ້ໂອກາດລຸ້ນແຊ໋ມພຣີເມຍລີກ ອັງກິດ ລະດູການນີ້ເຫຼືອໜ້ອຍທີ່ສຸດ ໂດຍມີຄະແນນຕາມຫຼັງ ແມນເຊັດເຕີ ຊິຕີ 4 ຄະແນນ ແຕ່ແຂ່ງຫຼາຍກວ່າ 1 ນັດ ແລະ ຖ້າແມນຊິຕີ ສາມາດເກັບໄຊຊະນະໄດ້ໃນນັດຕົກຄ້າງ ຫຼື ນັດໜ້າອາເຊນອນບໍ່ສາມາດເກັບ 3 ແຕ້ມໄດ້ ຈະໝົດສິດລຸ້ນແຊ໋ມທັນທີ.

ສ່ວນຜົນການແຂ່ງຂັນຄູ່ອື່ນໆ ສະໂມສອນ ເບຣນຟອດ ເປີດບ້ານຊະນະ ເວດແຮມ ຢູໄນເຕັດ 2-0 ແລະ ສະໂມສອນ ເອັບເວີຕັນ ເປີດບ້ານເສຍໃຫ້ ສະໂມສອນ ແມນເຊັດເຕີ ຊິຕີ 0-3 ປະຕູ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments