Friday, October 18, 2024
Homeທຸລະກິດປີ 2022 ລາວ ນໍາເຂົ້າ-ສົ່ງອອກສິນຄ້າບັນລຸ 15.000 ລ້ານໂດລາສະຫະລັດ

ປີ 2022 ລາວ ນໍາເຂົ້າ-ສົ່ງອອກສິນຄ້າບັນລຸ 15.000 ລ້ານໂດລາສະຫະລັດ

ໃນປີ 2022 ຜ່ານມາ, ສປປ ລາວ ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ປະມານ 15.000 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ 8.198 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ 6.808 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກທັງໝົດ 8.198 ລ້ານໂດລາສະຫະລັດ ປະກອບມີ: ໄຟຟ້າ ສົ່ງອອກປະ ມານ 2.358 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ປະມານ 805 ລ້ານໂດລາ, ເຈ້ຍ ປະມານ 491 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ປະມານ 360 ລ້ານໂດລາ, ແຮ່ທອງ ປະມານ 336 ລ້ານໂດລາ, ຢາງພາລາ ປະມານ 336 ລ້ານໂດລາ, ມັນຕົ້ນ ປະມານ 329 ລ້ານໂດລາ, ເກືອກາລີ ປະມານ 320 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 254 ລ້ານໂດລາ ແລະ ນໍ້າຕານ ປະມານ 236 ລ້ານໂດລາ. ໃນນັ້ນ, ສົ່ງອອກໄປໄທ ປະມານ 2.940 ລ້ານໂດລາ, ຈີນ ປະມານ 2.238 ລ້ານໂດລາ, ຫວຽດນາມ ປະມານ 1.355 ລ້ານໂດລາ, ອົດສະຕາລີ ປະມານ 395 ລ້ານໂດລາ ແລະ ກໍາປູເຈຍ ປະມານ 185 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ປະມານ 6.808 ລ້ານໂດລາສະຫະລັດ ປະກອບມີ: ນ້ຳມັນກາຊວນ ນຳເຂົ້າ ປະມານ 953 ລ້ານໂດລາ, ອຸປະກອນກົນຈັກ ປະມານ 572 ລ້ານໂດລາ, ພາຫະນະທາງບົກ ປະມານ 454 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ປະມານ 323 ລ້ານໂດລາ, ວັດຖຸມີຄ່າ ປະມານ 286 ລ້ານໂດລາ, ເຄື່ອງດື່ມ ປະມານ 248 ລ້ານໂດລາ, ນ້ຳມັນແອັດຊັງ ປະມານ 238 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ ປະມານ 227 ລ້ານໂດລາ, ນໍ້າຕານ ປະມານ 225 ລ້ານໂດລາ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 206 ລ້ານໂດລາສະຫະລັດ. ໃນນັ້ນ, ນຳເຂົ້າຈາກ ໄທ ປະມານ 3.377 ລ້ານໂດລາ, ຈີນ ປະມານ 1.646 ລ້ານໂດລາ, ຫວຽດນາມ ປະມານ 423 ລ້ານໂດລາ, ສະຫະລັດອາເມລິກາ ປະມານ 311 ລ້ານໂດລາ ແລະ ສະວິດ ປະມານ 282 ລ້ານໂດລາສະຫະລັດ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ເວບໄຊກະຊວງອຸດສາຫະກຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments