Friday, October 18, 2024
Homeຂ່າວພາຍໃນກອງປະຊຸມໃຫຍ່ຄັ້ງທີ XI ໜ່ວຍພັກສາງນ້ຳມັນເຊື້ອໄຟເລກ 9 ດຳເນີນກອງປະຊຸມຢ່າງເປັນທາງການ.

ກອງປະຊຸມໃຫຍ່ຄັ້ງທີ XI ໜ່ວຍພັກສາງນ້ຳມັນເຊື້ອໄຟເລກ 9 ດຳເນີນກອງປະຊຸມຢ່າງເປັນທາງການ.

️ໃນຕອນແລງວັນທີ 10 ພຶດສະພາ 2023 ນີ້, ໜ່ວຍພັກສາງນ້ຳມັນເຊື້ອໄຟເລກ 9 ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ໄດ້ຈັດ ກອງປະຊຸມໃຫຍ່ຄັ້ງທີ XI ຂອງຕົນ ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຄະນະພັກ ອົງການກົມໃຫຍ່, ຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ, ມີຄະນະໜ່ວຍພັກ, ວິຊາການຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ຕະຫຼອດຮອດພະນັກງານ ສະມາຊິກພັກສົມບູນ – ສຳຮອງ ສາງນ້ຳມັນເຊື້ອໄຟເລກ 9 ເຂົ້າຮ່ວມຢ່າງພ້ອມພຽງ.

️ໃນກອງປະຊຸມ, ສະຫາຍ ພັນໂທ ຄຳຮັກ ລິນນາວົງ ເລຂາໜ່ວຍພັກສາງນ້ຳມັນເຊື້ອໄຟເລກ 9 ໄດ້ ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ: ເນື້ອໃນບົດລາຍງານການເມືອງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້. ໄລຍະ 5 ປີຜ່ານມາ ຄະນະໜ່ວຍພັກໄດ້ຖືສຳຄັນວຽກງານການເມືອງ – ນຳພາແນວຄິດ ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານລວມຂອງກົມກອງ, ຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງ ພະນັກງານ ສະມະຊິກພັກ ໃຫ້ເຂົາເຈົ້າມີແນວຄິດ ຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ, ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບເຄື່ອນໄຫວປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ, ຕິດພັນກັບວຽກງານວິຊາສະເພາະໃນການຄຸ້ມຄອງ, ປົກປັກຮັກສາ ແລະ ຮັບປະກັນນ້ຳມັນເຊື້ອໄຟໃຫ້ກອງທັບ ເວົ້າລວມ, ເວົ້າສະເພາະແມ່ນບັນດາກົມກອງທີ່ຕັ້ງຢູ່ 2 ແຂວງພາກກາງ, ຮັບຈ່າຍນ້ຳມັນ ຕາມບົງສັ່ງຈ່າຍຂອງກົມເຊື້ອໄຟ ,ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຮັບປະກັນດ້ານຈຳນວນ ແລະ ຄຸນນະພາບບໍ່ໃຫ້ຕົກເຫ່ຍເສຍຫາຍຢ່າງເດັດຂາດ, ສຸມໃສ່ວຽກງານສ້າງພັກ – ພະນັກງານ, ອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ, ວຽກງານປະກັນສັງຄົມ, ວຽກງານຮັບປະກັນເຕັກນິກ ແລະ ວຽກງານອື່ນໆ… ນອກຈາກວຽກງານດັ່ງກ່າວ ຄະນະໜ່ວຍພັກໄດ້ສຸມໃສ່ການປູກ – ການລ້ຽງເພື່ອຮັບປະກັນ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ – ສະມາຊິກພັກ ແລະ ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ, ປູກພືດຕາມລະດູການໄດ້ 3.618 ກິໂລກະລາມ ຂາຍເປັນເງິນ 10.854.000 ກີບ, ປູກຕົ້ນໄມ້ກິນໝາກ 357 ຕົ້ນ, ລ້ຽງງົວ 21 ໂຕ, ແບ້ 7 ໂຕ, ໝູປ່າ 34 ໂຕ ແລະ ສັດປີກ 264 ໂຕ, ແບ່ງຂາຍອອກຈຳນວນໜຶ່ງ, ລວມລາຍຮັບທັງໝົດຈາກການປູກ – ການລ້ຽງ 148.774.000 ກີບ, ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກສາງນ້ຳມັນເຊື້ອໄຟເລກ 9 ຊຸດໃໝ່ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ໃນນີ້ເລືອກເອົາ ສະຫາຍ ພັນໂທ ຄຳຮັກ ລິນນາວົງ ເປັນເລຂາ, ສະຫາຍ ພັນໂທ ທອງສະຫວັດ ສຸລິຍະລາດ ເປັນຮອງເລຂາ, ສະຫາຍພັນໂທ ຄຳສະຫງ່າ ຂາຍະຈັນ, ສະຫາຍ ພັນຕີ ໄຊຍະສິດ ຄົດຕະສິນ ແລະ ສະຫາຍ ພັນຕີ ຄຳຝາຍ ຜັນທະສຸກ ເປັນກຳມະການໜ່ວຍພັກ

ໂດຍ, ຮທ ໂພຄຳ ພອນປະເສີດ, ຮທ ອານຸສັກ ຈູມມະນີວົງ

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments