Saturday, September 21, 2024
Homeຂ່າວໜ້າໜຶ່ງ7 ເມືອງຂອງແຂວງຫົວພັນໄດ້ຮັບອຸປະກອນໂທລະໂຄ່ງໃໝ່

7 ເມືອງຂອງແຂວງຫົວພັນໄດ້ຮັບອຸປະກອນໂທລະໂຄ່ງໃໝ່

ພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງ ໃຫ້ 7 ເມືອງ ຂອງແຂວງຫົວພັນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ພຶດສະພາ 2023 ຢູ່ທີ່ ຫ້ອງປະຊຸມວິທະຍຸ ພະແນກ ຖວທ ແຂວງຫົວພັນ. ໃຫ້ກຽດມອບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ຮັບໂດຍ ຮັບໂດຍທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ, ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ. ມີບັນດາພາກສ່ວນກ່ຽວຂ້ອງຈາກກະຊວງ ຖວທ, ຄະນະພະແນກ ຖວທ ແຂວງຫົວພັນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຖວທ 7 ເມືອງເປົ້າໝາຍ ແລະ ພະນັກງານວິຊາການເຕັກນິກທີ່ກ່ຽວຂ້ອງເຂົ້ົ້າຮ່ວມເປັນສັກຂີພິຍານນໍາ.

ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້້ ປະກອບມີ 60 ຊຸດ ໃນນີ້ປະກອບມີເຄື່ອງຂະຫຍາຍສຽງ 60 ໜ່ວຍ, ດອກປາກເລີ 240 ຊຸດ ສາຍໂທລະໂຄ່ງ 120 ກໍ້ (24,000ແມັດ) ໄມໂຄໂຟນ 60 ອັນ, ປັກສຽບໄຟຟ້າ 60 ອັນ, ຢູເອັດບີ 32 ກີກ 60 ອັນ, ເຄື່ຶອງຮັບສັນຍານວິທະຍຸ 60 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ 60 ຊຸດ ແລະ ອຸປະກອນເສີມອີກຈາໍນວນໜື່ງ ມອບໃຫ້ 7 ເມືອງ ເພື່ອນຳໄປຕິດຕັ້ງໃຫ້ 59 ບ້ານ ແລະ 1 ຫ້ອງການຄື: ເມືອງຊໍາເໜືອ 9 ບ້ານ, ເມືອງວຽງໄຊ 11 ບ້ານ, ເມືອງຊໍາໃຕ້ 9 ບ້ານ, ເມືຶອງກວັນ 8 ບ້ານ, ເມືອງຫົວເມືອງ 6 ບ້ານ, ເມືອງຮ້ຽມ 7 ບ້ານ, ເມືອງແອດ 9 ບ້ານ ແລະ ຫ້ອງການ ຖວທ ເມືອງຮ້ຽມ 1 ຊຸດ.

ໂອກາດດຽວກັນນີ້ ຍັງໄດ້ຈັດຝືກອົບຮົມ ກ່ຽວກັບຄວາມຮູ້ພື້ນຖານດ້ານເຕັກນິກການຕິດຕັ້ງໂທລະໂຄ່ງ, ການຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາຢ່າງຖືກຕ້ອງ ໃຫ້ແກ່ພະນັກງານວິຊາການເຕັກນິກຂັ້ນແຂວງ ແລະ 7 ເມືອງເປົ້າໝາຍ ເພື່ອນຳໄປຕິດຕັ້ງ ແລະ ແຈກຍາຍ ໃຫ້ບັນດາບ້ານເປົ້າໝາຍໃນຂັ້ນຕໍ່ໄປຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments