Sunday, September 22, 2024
Homeຂ່າວກິລາດອກປີກໄກ່ລາວ ທີ່ສ້າງຜົນງານຄັ້ງປະຫວັດສາດ ໃນຊີເກມ ຄັ້ງທີ 32 ເດີນທາງກັບເຖິງສປປ ລາວ ແລ້ວ

ດອກປີກໄກ່ລາວ ທີ່ສ້າງຜົນງານຄັ້ງປະຫວັດສາດ ໃນຊີເກມ ຄັ້ງທີ 32 ເດີນທາງກັບເຖິງສປປ ລາວ ແລ້ວ

ທັບນັກກິລາດອກປີກໄກ່ທີມຊາດລາວ ທີ່ສາມາດສ້າງຜົນງານຄັ້ງປະຫວັດສາດ ໃຫ້ວົງການກິລາດອກປີກໄກ່ລາວ ດ້ວຍການຄວ້າຫຼຽນທອງ ທຳອິດ ປະເພດທີມປະສົມຍິງ-ຊາຍ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ໄດ້ເດີນທາງກັບມາເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ສປປ ລາວ ເປັນທີ່ຮຽນຮ້ອຍແລ້ວ.

ໃນຕອນຄໍ່າວັນທີ 11 ພຶດສະພາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງຽງຈັນ ໄດ້ມີພິທີຕ້ອນຮັບທັບນັກກິລາດອກປີກໄກ່ທີມຊາດລາວ ທີ່ສາມາດສ້າງຜົນງານຄັ້ງປະຫວັດສາດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ນຳໂດຍທ່ານ ດາວເພັດ ເພັດສິລິແສງ ຜູ້ຈັດການທີມ ແລະ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດ ແລະ ທ່ານ ດຣ ໄຊບັນດິດ ຣາຊພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຍາດພີ່ນ້ອງນັກກິລາ ກໍຄືມວນຊົນລາວ.

ທ່ານ ດຣ ໄຊບັນດິດ ຣາຊພົນ ໃຫ້ສຳພາດວ່າ: ຫຼັງຈາກສຳເລັດພາລະກິດເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ທາງສະຫະພັນດອກປີກໄກ່ແຫ່ງຊາດລາວ ພວກເຮົາກໍຈະໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຕ່າງໆ ໂດຍສະເພາະນັກກິລາທີມຊາດ ທັງຊຸດເຍົາວະຊົນ ແລະ ຊຸດໃຫຍ່ ຊຶ່ງຈະໄດ້ມີການປະສານພົວພັນກັບສາກົນໃຫ້ຫຼາຍຂຶ້ນ ສ່ວນຂະບວນການແຂ່ງຂັນ ກໍຈະຈັດແຂ່ງຂັນດອກປີກໄກ່ ລາຍການ ເບຍລາວ ໂອເພັນ ຊີງຂັນປະທານສະພາແຫ່ງຊາດ ຄາດວ່າຈະຈັດໃນເດືອນສິງຫານີ້ ແລະ ເດືອນຕຸລາ ຫາ ເດືອນພະຈິກ ກໍຈະສືບຕໍ່ແຂ່ງຂັນໃນຮຸ່ນເຍົາວະຊົນ ພ້ອມທັງຈັດອັນດັບໃຫ້ນັກກິລາ ເພື່ອຕໍ່ຍອດແຂ່ງຂັນລະດັບຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ກໍຈະສົ່ງເສີມບັນດາສະໂມສອນ ພາຍໃນໃຫ້ເຂັ້ມແຂງ ພ້ອມທັງຍົກລະດັບບຸກຄະລາກອນໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ການແຂ່ງຂັນກິລາດອກປີກໄກ່ ປະເພດທີມປະສົມຍິງ-ຊາຍ ງານກິລາ ຊີເກມ ຄັ້ງທີ 32 ໄດ້ດຳເນີນແຂ່ງຂັນໃນລະຫວ່າງວັນທີ 8-10 ພຶດສະພາ 2023 ນີ້ ທີ່ສະໜາມກິລາແຫ່ງຊາດມໍລະດົກເຕໂຊ (Badminton Hall) ຊຶ່ງມີ 5 ຊາດເຂົ້າຮ່ວມແຂ່ງຂັນ ປະກອບມີ ເຈົ້າພາບ ກຳປູເຈຍ, ບຣູໄນ, ຕີມໍ ເລດເຕ, ມຽນມາ ແລະ ສປປ ລາວ. ຜົນງານຂອງທັບນັກກິລາລາວ ແມ່ນສາມາດຍາດໄດ້ ຫຼຽນທອງ ແລະ ເປັນຫຼຽນປະຫວັດສາດໃຫ້ແກ່ວົງການດອກປີກໄກ່ລາວ.

ສຳລັບທັບນັກກິລາດອກປີກໄກ່ລາວ ຊຸດນີ້ ມີທັງໝົດ 7 ຄົນ ປະກອບມີ ທ່ານ ດາວເພັດ ເພັດສິລິແສງ ຜູ້ຈັດການທີມ ແລະ ທ່ານ ພັນທະວຸດ ສີສົມເດດ (ຄູຝຶກ) ສ່ວນນັກກິລາມີ ນາງ ທິດາຈັນ ສີປະເສີດ, ນາງ ພຸດສະຫວັນ ດາວພະສິດ, ທ້າວ ມານັດ ເພຍສຸລິນ, ທ້າວ ນາມບຸນ ຫລວງອາມາດ ແລະ ທ້າວ ພອນສັກ ໂຊກທະວີ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments