Sunday, September 22, 2024
Homeຂ່າວໜ້າໜຶ່ງຖະເເຫລງຂ່າວການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ27,ກອງປະຊຸມປີ່ນອ້ອມ ເເລະ ງານວາງສະເເດງການທ່ອງທ່ຽວອາຊຽນ ຫລື ATF 2024

ຖະເເຫລງຂ່າວການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ27,ກອງປະຊຸມປີ່ນອ້ອມ ເເລະ ງານວາງສະເເດງການທ່ອງທ່ຽວອາຊຽນ ຫລື ATF 2024

ຕອນເຊົ້າ ວັນທີ 12 ພືດສະພາ 2023 ຢູ່ຫ້ອງຮັບເເຂກກະຊວງຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ໄດ້ຖະເເຫລງຂ່າວກ່ຽວກັບການກະກຽມຄວາມພ້ອມການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ27,ກອງປະຊຸມປີ່ນອ້ອມ ເເລະ ງານວາງສະເເດງການທ່ອງທ່ຽວອາຊຽນ ຫລື ATF 2024 ໂດຍມີສື່ມວນຊົນຈາກສໍານັກຂ່າວຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຖະເເຫລງຂ່າວວ່າ: ໂດຍໄດ້ຮັບການອະນຸມັດເຫັນດີ ຈາກລັດຖະບານ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີການກະກຽມຄວາມພ້ອມ ຢ່າງຮອບດ້ານ ໂດຍສະເພາະ ໄດ້ມີຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງບັນດາອະນຸກຳມະການຮັບຜິດຊອບບັນດາໜ້າວຽກຕ່າງໆ ລວມມີ 13 ອະນຸກຳມະການ ເຊິ່ງປະກອບມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໄດ້ລົງນາມກັບອາຊຽນຕ້າ ເພື່ອຮ່ວມກັນຈັດງານວາງສະແດງການທ່ອງທ່ຽວອາຊຽນ, ນັບຕັ້ງແຕ່ລາວ ເຂົ້າເປັນສະມາຊິກອາຊຽນ 23 ກໍລະກົດ 1997 ຂະແໜງການທ່ອງທ່ຽວລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳທ່ອງທ່ຽວອາຊຽນ ຫຼື ເອີ້ນວ່າ: ASEAN Tourism Forum ( ATF) ສອງຄັ້ງ ແລ້ວຄື: ໃນປີ 2004, ປີ 2013 ແລະ ໃນປີ 2024 ແມ່ນຄັ້ງທີ 3 ພາຍໃຕ້ຄໍາຂວັນ “ອາຊຽນ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອເຮັດໃຫ້ອາຊຽນມີຄວາມຍືນຍົງ ໃນອານະຄົດ”ຫລື “Quality and Responsible Tourism – Sustaining ASEAN Future” ສຳລັບການເປັນເຈົ້າພາບຈັດງານມະຫາກຳການທ່ອງທ່ຽວອາຊຽນ ATF 2024 ຂອງ ລາວ ຖືເປັນເຫດການໜຶ່ງທີ່ສຳຄັນຢ່າງຍິ່ງ, ເປັນການຍົກສູງບົດບາດ ຂອງ ລາວ ໃນເວທີສາກົນເວົ້າລວມ, ເວົ້າສະເພາະ ວຽກງານການທ່ອງທ່ຽວ ຂອງ ລາວ ໃຫ້ເປັນທີ່ີຮູ້ຈັກຢູ່ໃນພາກພື້ນ ແລະ ສາກົນ ເຊີ່ງປະເທດລາວເອງເເມ່ນມີແຫຼ່ງທຳມະຊາດທີ່ອຸດົມສົມບູນ ແລະ ສວຍງາມ ເໝາະແກ່ການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດ, ເປັນອຸດສາຫະກຳສີຂຽວປາສະຈາກໝອກຄວັນ ແລະ ອາຍພິດ ແລະ ເປັນບ່ອນພັກຜ່ອນແຫ່ງໃໝ່ ທີ່ມີຄວາມປະທັບໃຈຂອງນັກທ່ອງທ່ຽວ ຢູ່ໃນພາກພື້ນ ແລະ ໃນໂລກ,ລາວ ພວກເຮົາຍັງມີຮີດຄອງປະເພນີ, ວັດທະນະທຳ ແລະ ຂະນົບທຳນຽມຂອງປະຊາຊົນລາວບັນດາເຜົ່າທີ່ຫຼາກຫຼາຍ, ມີວັດວາອາຮາມ, ບູຮານສະຖານ ແລະ ສະຖານທີ່ປະຫວັດສາດທີ່ໜ້າສົນໃຈເຊັ່ນ: ຫຼວງພະບາງເມືອງປະຫວັດສາດ ເມືອງມໍລະດົກທີ່ມີຊີວິດຊີວາ, ວັດພູຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ສະຖານບູຮານເກົ່າແກ່ທີ່ເປັນມໍລະດົກໂລກ. ນອກຈາກນີ້ ສຽງແຄນລາວ ກໍຖືກຮັບຮອງເປັນມໍລະດົກໂລກ ທາງດ້ານນາມມະທຳ ຂອງມວນມະນຸດຊາດ ຊຶ່ງເປັນສັນຍາລັກໜຶ່ງທີ່ມີຄຸນຄ່າທາງດ້ານຈິດໃຈ ຄຽງຄູ່ກັບປະຊາຊົນລາວບັນດາເຜົ່າມາແຕ່ດົນນານແລ້ວ.

ທ່ານ ນາງ ສວນສະຫວັນ ວິຍະເກດຖະເເຫລງຂ່າວຕື່ມວ່າ: ລັດຖະບານ ລາວ ໄດ້ມີນະໂຍບາຍເປີດປະເທດຢ່າງເຕັມຮູບແບບ ໃນວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ຈໍານວນນັກທ່ອງທ່ຽວມາທ່ຽວລາວ ບັນລຸໄດ້ 1,4 ລ້ານເທື່ອຄົນ ຖືວ່າ ເປັນຂີດ ໝາຍການເລີ່ມຕົ້ນ ຂອງຂະ ແໜງການທ່ອງທ່ຽວດີພໍສົມຄວນ ພ້ອມດຽວກັນນີ້ ລັດຖະບານໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານ, ສິ່ງຮອງຮັບ, ສິ່ງອໍານວຍຄວາມສະດວກ, ພັດທະນາບຸກຄະລາກອນ, ເອົາໃຈໃສ່ປັບປຸງຄຸນນະພາບການບໍລິການເຂົ້າສູ່ມາດຕະຖານ, ປັບປຸງນິຕິກຳ, ລະບຽບການ ແນໃສ່ຮັບປະກັນການຄຸ້ມຄອງທຸລະກິດການທ່ອງທ່ຽວ ແລະ ນັກທ່ອງທ່ຽວໃຫ້ມີຄວາມປອດໄຟ,ສຳລັບການເປັນເຈົ້າພາບງານ ATF 2024 ທີ່ຈະມາເຖິງນີ້ ຈະເປັນກາລະໂອກາດທີ່ສໍາຄັນ ເພື່ອໂຄສະນາເຜີຍແຜ່ນະໂຍບາຍຂອງພັກ-ລັດເຮົາ ໃນການພັດທະນາເສດຖະກິດ-ສັງຄົມ, ການໂຄສະນາການທ່ອງທ່ຽວລາວສູ່ເວທີສາກົນ; ເປັນການເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາກົນ ເພື່ອຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການທ່ອງທ່ຽວອາຊຽນ 2021-2025 ໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນນີ້ ຍັງເປັນການເພີ່ມທະວີການຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກປະເທດຄູ່ເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນຖານະຂະແໜງການທ່ອງທ່ຽວ ສປປ ລາວ ເປັນປະທານກອງປະຊຸມທ່ອງທ່ຽວອາຊຽນ 2024 ນີ້ ຈະປະຕິບັດພັນທະ ແລະ ເປັນແກນກາງຂອງອາຊຽນເຮັດໃຫ້ກອງປະຊຸມ ແລະ ງານດັ່ງກ່າວບັນລຸຜົນສຳເລັດຕາມຄາດໝາຍ.

ທ່ານ ນາງ ສວນສະຫວັນ ວິຍະເກດຖະເເຫລງຂ່າວຕື່ມອີກວ່າ: ການເປັນເຈົ້າພາບຈັດງານ ATF 2024 ນອກຈາກກອງປະຊຸມທາງການແລ້ວ ຍັງຈະມີງານວາງສະແດງການທ່ອງທ່ຽວອາຊຽນ ເຊິ່ງເປັນກິດຈະກຳໜຶ່ງທີ່ສຳຄັນສຳລັບການຊື້-ຂາຍລາຍການທ່ອງທ່ຽວລະຫວ່າງ ຜູ້ຊື້-ຂາຍ ທີ່ຈະເດີນທາງມາຮ່ວມຈາກທົ່ວທຸກມຸມໂລກ ເຊິ່ງຈະສ້າງໂອກາດທີ່ດີໃຫ້ແກ່ຜູ້ປະກອບການທຸລະກິດທ່ອງທ່ຽວລາວ ສາມາດເຂົ້າເຖິງຕະຫຼາດທ່ອງທ່ຽວເປົ້າໝາຍຂອງຕົນ ໂດຍທາງກົງ ແລະ ກ້າວໄປສູ່ການຊື້-ຂາຍລາຍກການທ່ອງທ່ຽວນຳກັນ ນອກຈາກນີ້ ຍັງເປັນການຊຸກຍູ້ ທຸລະກິດທ່ອງທ່ຽວ, ທຸລະກິດປີ່ນອ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີການພັດທະນາປັບປຸງຂອດການບໍລິການຂອງຕົນໃຫ້ນັບມື້ນັບມີຄຸນນະພາບດີຂື້ນເທື່ອລະກ້າວ ເພື່ອເຮັດໃຫ້ການເປັນເຈົ້າພາບງານ ATF 2024 ບັນລຸຜົນສໍາເລັດຕາມແຜນການ, ຕາງໜ້າໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມທັງຮຽກຮ້ອງມາຍັງ ທຸກພາກສ່ວນ ພາກລັດ-ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ລວມທັງປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນໃຫ້ການຮ່ວມມືສະໜັບສະໜູນ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ.

ຂ່າວ: ເດດອາລຸນ ເເກ້ວວິໄລ.

ພາບ: ຕາລີເຊ້ຍ ລໍ່ມີໄຊ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments