Sunday, September 22, 2024
Homeຂ່າວຕ່າງປະເທດກອງປະຊຸມເຈົ້າໜ້າທີ່ອາວຸໂສງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20

ກອງປະຊຸມເຈົ້າໜ້າທີ່ອາວຸໂສງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20

ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ​ແຫ່ງ ສປ ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ຂອງງານ ວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ ນະ ຄອນ ນານນີງ, ເຂດປົກຄອງ ຕົນເອງ ເຜົ່າຈວ້າງກວາງຊີ ຂອງ ສປ ຈີນ. ​ໃນ​ໂອກາດ​ນີ້ ທ່ານ ຢວີ ຊຽງ, ຮອງຫົວໜ້າກົມ ອາຊີ ກະຊວງ ການຄ້າຈີນ ໄດ້ກ່າວວ່າ: ງານວາງ ສະແດງ ສິນຄ້າ ຈີນ-ອາຊຽນ ໄດ້ຈັດຂຶ້ນເປັນ 19 ຄັ້ງ ຢ່າງສຳເລັດຜົນ ໄດ້ຕັ້ງໜ້າ ຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ການຄ້າຈີນ-ອາຊຽນ ກ້າວສູ່ ລວງເລິກ ແລະ ມີຄວາມ ແໜ້ນແຟ້ນ, ກາຍເປັນເວທີ ການຮ່ວມມື ສາກົນ ທີ່ໄດ້ຮັບ ຄວາມນິຍົມ ຢ່າງກວ້າງຂວາງ. ຈີນຫວັງວ່າ ຈະຮ່ວມກັບ ຝ່າຍອາຊຽນ ສືບຕໍ່ຊົມໃຊ້ເວທີ ຂອງງານ ວາງສະແດງ ສິນ ຄ້າ ຈີນ-ອາຊຽນ ໃຫ້ດີ, ຮັດແໜ້ນ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ, ເສີມຂະຫຍາຍ ບົດບາດ ຫລາຍກວ່າເກົ່າ ເຂົ້າໃນການພັດທະນາ ຮອບດ້ານ ຂອງການ ຮ່ວມ ມື ດ້ານເສດຖະກິດ ການຄ້າ ຈີນ-ອາຊຽນ, ກໍຄືພາກພື້ນອາຊີ ຕາເວັນອອກ.ດັ່ງນັ້ນ ປະຊຸມຄັ້ງນີ້ ເປັນຈຸດ ເລີ່ມຕົ້ນໃໝ່ ຂອງການເຂົ້າສູ່ ໄລຍະໃໝ່ ທີ່ປຸກລະດົມ ຮອບດ້ານ ແລະ ເລັ່ງລັດ ກະກຽມ ງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 20, ວຽກງານ ກະກຽມເບື້ອງຕົ້ນ ໄດ້ດຳເນີນໄປ ເປັນລະບຽບຮຽບຮ້ອຍ ແລະ ຕາມເວລາກຳນົດ, ​ໂດຍມີ 6 ປະເທດ ໄດ້ຟື້ນຟູ ຮູບການ ເຂົ້າຮ່ວມງານ ແບບເໝົາ ຫໍວາງສະແດງ ເຊັ່ນ: ສປປ ລາວ, ອິນໂດ ເນເຊຍ, ມະເລເຊຍ, ມຽນມາ, ໄທ ແລະ ສສ ຫວຽດນາມ. ວິສາຫະກິດຈີນ ໄດ້ ສະໝັກຊື່ ເຂົ້າຮ່ວມງານ ຢ່າງກະຕືລືລົ້ນ, ປັດຈຸບັນ, ຈຳນວນ ວິສາຫະກິດ ທີ່ ຢືນຢັນ ເຂົ້າຮ່ວມງານ ໄດ້ກວມ​ເອົາ 60% ຂອງຈຳນວນ ຫໍວາງສະແດງ​ ໃນ​ຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments