Monday, September 23, 2024
Homeທຸລະກິດເສດຖະກິດ ເຊກອງ ຈະຂະຫຍາຍຕົວ ໃນລະດັບ 5%

ເສດຖະກິດ ເຊກອງ ຈະຂະຫຍາຍຕົວ ໃນລະດັບ 5%

ທ່ານ ກອງດາວັນ ວົງສາ ຫົວໜ້າຂະແໜງແຜນການ, ພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໄດ້ລາຍງານ ໃນກອງປະຊຸມກາງສະໄໝ ຄັ້ງທີ I ຂອງຄະນະພັກຮາກຖານ ພະແນກແຜນການ ແລະ ການລົງທຶນແຂວງ ໃນວັນທີ 11 ພຶດສະພາ 2023 ວ່າ: ອີງຕາມຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ຂອງແຂວງເຊກອງ ຕະຫລອດໄລຍະ 2 ປີເຄິ່ງຜ່ານມາ ເຫັນວ່າອັດຕາການຂະຫຍາຍຕົວ ຂອງເສດຖະກິດ ນັບມື້ດີຂຶ້ນເປັນກ້າວໆມາ ແລະ ຄາດຄະເນໝົດປີ 2023 ເສດຖະກິດຂອງແຂວງຈະຂະຫຍາຍຕົວໃນລະດັບ 5%.

ໃນໄລຍະ 2 ປີເຄິ່ງຜ່ານມາ ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເຮັດໜ້າທີ່ຊຸກຍູ້, ຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ຄາດໝາຍດ້ານເສດຖະກິດ ແລະ ລວມຍອດຜະລິດຕະພັນພາຍໃນ ເຫັນວ່າການເຕີບໂຕຂອງເສດຖະກິດພາຍໃນແຂວງ ມີທ່າອ່ຽງເພີ່ມຂຶ້ນ. ໃນນີ້, ປີ 2021 ຂະຫຍາຍຕົວ 3,3% ລວມຍອດຜະລິດຕະພັນພາຍໃນ ບັນລຸ 2,2 ຕື້ກວ່າກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 16,9 ລ້ານກວ່າກີບ ຫລື ປະມານ 1.735 ໂດລາສະຫະລັດຕໍ່ຄົນຕໍ່ປີ; ປີ 2022 ຂະຫຍາຍຕົວ 4% ລວມຍອດຜະລິດຕະພັນພາຍໃນ ບັນລຸ 2,5 ຕື້ກວ່າກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 18,7 ລ້ານກວ່າກີບ ຫລື ປະມານ 1.103 ໂດລາສະຫະລັດຕໍ່ຄົນຕໍ່ປີ ແລະ ຄາດຄະເນໝົດປີ 2023 ຈະຂະຫຍາຍຕົວໃນລະດັບ 5% ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ບັນລຸ 2,6 ຕື້ກວ່າກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 19,4 ລ້ານກວ່າກີບ ຫລື ປະມານ 1.143 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ສະຫາຍ ກອງດາວັນ ວົງສາ ໃຫ້ຮູ້ຕື່ມວ່າ: ໂດຍລວມແລ້ວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ຕະຫລອດໄລຍະ 2 ປີເຄິ່ງຜ່ານມາ ອັດຕາການຂະຫຍາຍຕົວລວມ ຂອງເສດຖະກິດບັນລຸໄດ້ 4,1% ທຽບໃສ່ແຜນເທົ່າກັບ 58,57% ເຊື່ອແນ່ວ່າຮອດປີ 2025 ອັດຕາການເຕີບໂຕຂອງເສດຖະກິດ ຈະບັນລຸໄດ້ຕາມແຜນການທີ່ວາງໄວ້.

ຂ່າວ: ພຸດທະສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments