Monday, September 23, 2024
Homeຂ່າວພາຍໃນເປີດນຳໃຊ້ຂົວນໍ້າຄານເກົ່ານະຄອນຫລວງພະບາງ

ເປີດນຳໃຊ້ຂົວນໍ້າຄານເກົ່ານະຄອນຫລວງພະບາງ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ນະຄອນ ຫລວງພະບາງ ເປີດນຳໃຊ້ ຂົວນໍ້າຄານເກົ່າ (ຂົວເບເລ) ທີ່ເຊື່ອມຕໍ່ລະຫວ່າງ ບ້ານໝື່ນນາ ຫາບ້ານເມືອງງາ ໃນວັນທີ່ 11 ພຶດສະພາ 2023 ຫລັງຈາກ ສຳເລັດການສ້ອມແປງຂົວດັ່ງກ່າວ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການໄປມາຫາສູ່ກັນ ພ້ອມທັງຈະຊ່ວຍຫລຸດຜ່ອນການສັນຈອນ ທີ່ມີຄວາມແອອັດພາຍໃນເທສະບານ ຂອງຜູ້ໃຊ້ລົດໃຊ້ຖະໜົນຢູ່ພາຍໃນ ນະຄອນ ຫລວງພະບາງ ໃຫ້ມີສະດວກ ແລະ ປອດໄພ. ຂົວນີ້ ແມ່ນໃຊ້ສະເພາະ ຜູ້ທີ່ສັນຈອນດ້ວຍລົດຈັກ, ລົດຖີບ ແລະ ຄົນຍ່າງເທົ່ານັ້ນ. ສ່ວນລົດ 3 ລໍ້ຂຶ້ນໄປແມ່ນບໍ່ອະນຸຍາດໃຫ້ຜ່ານໄດ້.

ທ່ານ ຈັນສະຫວັດ ບຸນຍົງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນ ຫລວງພະບາງໄດ້ກ່າວວ່າ: ການສ້ອມແປງ ຂົວນໍ້າຄານເກົ່າ ທີ່ເຊື່ອມຕໍ່ລະຫວ່າງ ບ້ານໝື່ນນາ ຫາບ້ານເມືອງງາ ຄັ້ງນີ້ ໄດ້ເປັນການສ້ອມແປງຄັ້ງໃຫຍ່ ໂດຍນຳໃຊ້ງົບປະມານສະໜັບສະໜູນ ການພັດທະນາພື້ນຖານໂຄງລ່າງທ້ອງຖິ່ນ ຈາກບໍລິສັດຊໍການຊ່າງ (ເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ) ມູນຄ່າ 991 ລ້ານກວ່າກີບ, ເຊິ່ງເລີ່ມກໍ່ສ້າງມາແຕ່ ເດືອນ ກຸມພາ 2023 ໂດຍແມ່ນບໍລິສັດພັນທະມິດ ກໍ່ສ້າງຂົວທາງ ຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ເຊິ່ງໜ້າວຽກຫລັກ ແມ່ນໄດ້ຮື້ຖອນໄມ້ທາງຍ່າງທັງສອງຂ້າງອອກທັງໝົດ ແລ້ວເອົາແຜນເຫລັກປູທາງຍ່າງ ແລະ ສ້ອມແປງຈຸດທີ່ເປ່ເພ. ສ່ວນພາຍໃນຂົວ ໄດ້ປ່ຽນໄມ້ລະນາດ, ໄມ້ແປ້ນແລ່ນ ແລະ ສ້ອມແປງຈຸດເປ່ເພ ຂອງພື້ນໂຄງເຫລັກໂຕຂົວໄປພ້ອມ, ທັງໄດ້ມີການທຳຄວາມສະອາດໂຄງຂົວ, ທາສີໃໝ່, ຕິດຕັ້ງດອກໄຟ ເພື່ອເພີ່ມຄວາມສະຫວ່າງໃຫ້ແກ້ຂົວດັ່ງກ່າວ.

ຂ່າວ: ອາພຸດເດດ ບຸບຜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments