Monday, September 23, 2024
Homeຂ່າວກິລາກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2 ຍາດໄດ້ຫຼຽນຄຳ

ກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2 ຍາດໄດ້ຫຼຽນຄຳ

ກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2 ນັກກິລາລາວປະກອບມີ: ນ. ນີ່ດາວັນ ດວງມະນີຈັນ (ນີ່), ທ. ວິລະສັກ ລາດຊະວົງ (ຕ້ອມ) ແລະ ທ. ສົມສະໄໝ ຊາມົນຕີ (ໄໝ) ຮອບຊີງຫຼຽນຄຳ ເອົາຊະນະ ກຳປູເຈຍ ເຈົ້າພາບ 13-5 ຄະແນນ, ໄດ້ເປັນຫຼຽນຄຳທີ 3 ຂອງ ທີມນັກກິລາເປຕັງ ທີມຊາດລາວ ແລະ ເປັນຫຼຽນທີ 6 ຂອງກິລາປະເພດນີ້ ຕໍ່ຈາກ ທ້າວ ພຸດທະລາ ແກ້ວກັນນິກາ ປະເພດ ຊຸດຕິງຊາຍ ເອົາຊະນະ ກຳປູເຈຍ ເຈົ້າພາບ 39-33 ຄະແນນ ແລະ ປະເພດຄູ່ຍິງ: ຈິນດາວອນ ສີສະຫວັດ ແລະ ອາລີ ແສງຈັນເພັດ ຊະນະ ກຳປູເຈຍ ເຈົ້າພາບ 13-4 ຄະແນນ.

ຂໍ້ມູນໂດຍ: ຂ່າວກິລາ​ Lao​ National​ TV

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments