Monday, September 23, 2024
Homeຂ່າວຕ່າງປະເທດລັດຖະບານອົສຕຣາລີ ເປີດເຜີຍແຜນງົບປະມານການເງິນໃນສົກປີຈະມາເຖິງ

ລັດຖະບານອົສຕຣາລີ ເປີດເຜີຍແຜນງົບປະມານການເງິນໃນສົກປີຈະມາເຖິງ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ລັດຖະບານອົສຕຣາລີໄດ້ເປີດເຜີຍແຜນງົບປະມານລັດຖະບານ ສົກປີການເງິນທີ່ຈະມາເຖິງຄື: ໃນລະຫວ່າງເດືອນກໍລະກົດ 2023 ຫາ ເດືອນມິຖຸນາ 2024 ໂດຍເນັ້ນວ່າ: ໄພເງິນເຟີ້ຍັງເປັນສິ່ງທ້າທາຍດ້ານເສດຖະກິດຕົ້ນຕໍໃນປັດຈຸບັນ ຊຶ່ງໄດ້ຄາດຄະເນວ່າ ຈັງຫວະການເຕີບໂຕຂອງເສດຖະກິດອົສຕຣາລີຈະຊັກຊ້າລົງ ແລະ ຄາດວ່າ ຈັງຫວະການເຕີບໂຕຂອງເສດຖະກິດໃນສົກປີການເງິນໜ້າແມ່ນ 1,5%.

ເມື່ອປະເຊີນກັບຄວາມກົດດັນທີ່ມາຈາກໄພເງິນເຟີ້ສູງ, ບັນຫາຄ່າຄອງຊີບຂອງປະຊາຊົນອົສຕຣາລີແມ່ນເນື້ອໃນຕົ້ນຕໍຂອງແຜນງົບປະມານສະບັບນີ້. ເພື່ອຮັບມືກັບບັນຫານີ້, ລັດຖະບານອົສຕຣາລີຈະວາງແຜນການຊ່ວຍເຫຼືອດ້ານຄ່າຄອງຊີບ, ສຸມໃສ່ການສະໜອງການຊ່ວຍເຫຼືອດ້ານຄ່າໄຟຟ້າ, ຄ່າປິ່ນປົວໃຫ້ແກ່ກຸ່ມຄົນຜູ້ດ້ອຍໂອກາດ. ເພື່ອຮັບມືກັບຈັງຫວະການເຕີບໂຕຂອງເສດຖະກິດຊັກຊ້າລົງ, ລັດຖະ ບານອົສຕຣາລີຈະເພີ່ມການລົງທຶນໃນຂົງເຂດຕ່າງໆເຊັ່ນ: ພະລັງງານໝູນວຽນ, ການຝຶກອົບຮົມວິຊາຊີບ, ເຕັກນິກໃໝ່ ແລະ ອື່ນໆ ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາດ້ານພະລັງງານ ເພື່ອສ້າງພື້ນຖານໃຫ້ແກ່ການເຕີບໂຕຂອງເສດຖະກິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments