Monday, September 23, 2024
Homeຂ່າວຕ່າງປະເທດໄຕມາດທຳອິດຂອງປີນີ້ GDP ອາຣັບບີ ຊາອູດິດ ຂະຫຍາຍຕົວ 3,9%

ໄຕມາດທຳອິດຂອງປີນີ້ GDP ອາຣັບບີ ຊາອູດິດ ຂະຫຍາຍຕົວ 3,9%

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດຂອງ ອາຣັບບີ ຊາອູດິດ ໄດ້ເປີດເຜີຍການຄາດຄະເນໃນເບື້ອງຕົ້ນວ່າ ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອາຣັບບີ ຊາອູດິດ ຂະຫຍາຍຕົວ 3,9% ໃນໄຕມາດທຳອິດຂອງປີນີ້.

ເຖິງຢ່າງໃດກໍຕາມ, GDP ໄຕມາດທໍາອິດໃນປີນີ້ຂອງອາຣັບບີ ຊາອູດິດ ຫຼຸດລົງ ເມື່ອທຽບກັບໄຕມາດທີ 4 ຂອງປີ 2022 ໂດຍເວລານັ້ນ GDP ຂອງອາຣັບບີ ຊາອູດິດ ຂະຫຍາຍຕົວ 5,5%. ຂະນະທີ່ GDP ທີ່ແນ່ນອນທີ່ໄດ້ຮັບການປັບຄ່າຕາມລະດູການແລ້ວຫຼຸດລົງ 1,3% ໃນໄຕມາດທຳອິດຂອງປີນີ້ ເມື່ອທຽບກັບໄຕມາດທີ 4 ຂອງປີ 2022 ໂດຍຖືກກົດດັນຈາກການປັບຕົວຫຼຸດລົງຂອງກິດຈະກຳດ້ານນ້ຳມັນທີ່ 4,8%.

ກອງທຶນເງິນຕາສາກົນ (IMF) ລະບຸວ່າ ເສດຖະກິດຂອງອາຣັບບີ ຊາອູດິດ ຂະຫຍາຍຕົວ 8,7% ໃນປີ 2022 ແຕ່ໄດ້ຄາດຄະເນວ່າ ເສດຖະກິດຂອງອາຣັບບີ ຊາອູດິດ ຈະຂະຫຍາຍຕົວຫຼຸດລົງກວ່າເຄິ່ງໜຶ່ງສູ່ລະດັບ 3,1% ໃນປີນີ້. ຂະນະທີ່, ທາງການອາຣັບບີ ຊາອູດິດ ລະບຸໃນເດືອນເມສາທີ່ຜ່ານມາວ່າ ຈະຫຼຸດການຜະລິດນ້ຳມັນ 500.000 ບາເຣນຕໍ່ວັນ ນັບຕັ້ງແຕ່ເດືອນພຶດສະພາຕາມຂໍ້ຕົກລົງຂອງໂອເປັກພລັສ ທີ່ປະກາດປັບຫຼຸດກຳລັງການຜະລິດນ້ຳມັນເພີ່ມເຕີມທີ່ປະມານ 1,16 ລ້ານບາເຣນຕໍ່ວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments