Monday, September 23, 2024
Homeຂ່າວພາຍໃນປີ 2022 ແຂວງສາລະວັນ ໄດ້ກວດກູ້ ແລະເກັບກູ້ລະເບີດບໍ່ທັນແຕກໄດ້ໃນເນື້ອທີ່ 333 ເຮັກຕາ

ປີ 2022 ແຂວງສາລະວັນ ໄດ້ກວດກູ້ ແລະເກັບກູ້ລະເບີດບໍ່ທັນແຕກໄດ້ໃນເນື້ອທີ່ 333 ເຮັກຕາ

ທ່ານ ທອງເບີຍ ສິງຂາວເພັດ ຫົວໜ້າຫ້ອງການຜູ້ປະສານໂຄງການເກັບກູ້ລະເບີດແຫ່ງຊາດລາວ ປະຈໍາແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມ່ວນຊົນ ໃນວັນທີ 8 ພຶດສະພາ 2023 ຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ໂຄງການເກັບກູ້ລະເບີດປະຈໍາແຂວງສາລະວັນ ໄດ້ເອົາໃຈໃສ່ ການໂຄສະນາສຶກສາຄວາມສ່ຽງ ແລະ ວຽກງານທຳລາຍເຄື່ອນທີ່ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນວຽກງານການໂຄສະນາສຶກສາຄວາມສ່ຽງ ຕາມແຜນແມ່ນ 60 ບ້ານໃນນັ້ນມີ: ເມືອງສາລະວັນ ແຜນ 10 ບ້ານສໍາເລັດ 100%, ເມືອງຕະໂອ້ຍ 10 ບ້ານ ສໍາເລັດ 7 ບ້ານປະຕິບັດໄດ້ 70%, ເມືອງຕຸ້ມລານ 8 ບ້ານ, ເມືອງວາປີ 7 ບ້ານ, ເລົ່າງາມ 8 ບ້ານ, ຄົງເຊໂດນ 7 ບ້ານ, ແລະ ເມືອງສະໝ້ວຍ 10 ບ້ານ ປະຕິບັດໄດ້ 100 % ວຽກງານສໍາຫຼວດນອກວິຊາການ ແຜນເຄື່ອນໄຫວມີ 12 ບ້ານ ປະຕິບັດໄດ້ 100%, ວຽກງານສໍາຫຼວດດ້ານວິຊາການ ແຜນເຄື່ອນໄຫວແມ່ນ 625 ເຮັກຕາ ປະຕິບັດຕົວຈິງ ປະຕິບັດໄດ້ໃນເນື້ອທີ່ 639 ເຮັກຕາ ປະຕິບັດໄດ້ເກີນແຜນ, ວຽກງານກວດກູ້ ຫຼືເກັບກູ້ລະເບີດອອກຈາກພື້ນທີ່ຕາມແຜນເຄື່ອນໄຫວໃນເນື້ອທີ່ 337 ເຮັກຕາ ປະຕິບັດໄດ້ 333 ເຮັກຕາ ປະຕິບັດຕາມແຜນໄດ້ເທົ່າກັບ 93,33%, ວຽກງານທໍາລາຍໄດ້ເຄື່ອນໄຫວທໍາລາຍລະເບີດຕາມແຜນ ແລະຕາມການລາຍງານສຸກເສີນຂອງປະຊາຊົນ ຕາມແຜນມີ 61 ບ້ານ ປະຕິບັດໄດ້ 61 ບ້ານ ເທົ່າກັບ 100%; ຜ່ານການປະຕິບັດວຽກງານຂອງໂຄງການໃນໄລຍະ 1 ປີຜ່ານມາດ້ານຕັ້ງໜ້າໄດ້ຮັບທຶນສະໜັບສະໜູນຈາກລັດຖະບານອາເມລິການ ແລະ ລັດຖະບານຂອງປະເທດຍີ່ປຸ່ນ.

ທ່ານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ສຳລັບການເຄື່ອນໄຫວ ແມ່ນປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ, ອຳນາດການປົກຄອງ ແລະ ປະຊາຊົນ, ຜູ້ທີ່ຂາດເນື້ອທີ່ທຳການຜະລິດ, ຄອບຄົວຜູ້ທຸກຍາກ, ໃນນີ້ແມ່ນເລັ່ງໃສ່ ກວດກູ້ເນື້ອທີ່ທີ່ຜ່ານການຢັ້ງຍັນວ່າ ມີລະເບີດບົມວ່ານ,ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງ, ປະຊາຊົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ຖ້າຫາກພົບເຫັນລະເບີດ ຢູຕາມເນື້ອທີ່ທຳການຜະລິດ ໃຫ້ແຈ້ງອຳນາດການປົກຄອງ ແລະ ສະເໜີມາຍັງຫ້ອງການແຮງງານສະຫວັດດີການເມືອງ ຂອງຕົນ, ເພື່ອແຈ້ງມາຍັງໂຄງການເກັບກູ້ລະເບີດໄປເກັບກູ້ ແລະ ທຳລາຍ.

——————————–

ໂດຍ: ກິນດາວັນ ອ້ວນນາຄູ

#salavan#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments