Sunday, September 22, 2024
Homeຂ່າວພາຍໃນປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ລົງ​ຊຸກ​ຍູ້​ວຽກ​ງານ​ຢູ່​ແຂວງ​ຈຳ​ປາ​ສັກ

ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ລົງ​ຊຸກ​ຍູ້​ວຽກ​ງານ​ຢູ່​ແຂວງ​ຈຳ​ປາ​ສັກ

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ລີນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ພ້ອມດ້ວຍຄະນະ ເມື່ອ​ບໍ່​ດົນ​ມານີ້ ທີ່ຫ້ອງວ່າການແຂວງຈຳປາສັກ. ໃນໂອກາດລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງຈໍາປາສັກ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່​ໄດ້​ລົງ​ມາຕິດຕາມ, ຊຸກຍູ້ ວຽກ​ງານ ໂດຍສະເພາະ ການສົ່ງເສີມການຜະລິດກະສິກໍາ, ການຄຸ້ມຄອງລາຄາ-ການນໍາເຂົ້າສິນຄ້າ ແລະ ການຟື້ນຟູປ່າໄມ້ ຢູ່ພາຍໃນແຂວງຈໍາປາສັກ, ພ້ອມນັ້ນ ທ່ານເຈົ້າແຂວງຈໍາປາສັກ, ທ່າ​ເຈົ້າ​ແຂວງ​ຈຳ​ປາ​ສັກ ​ໄດ້​ລາຍ​ງານ ສະພາບລວມ, ຜົນງານອັນພົ້ນເດັ່ນ ໂດຍໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມທີ່ສະພາປະຊາຊົນແຂວງໄດ້ຮັບຮອງ, ສຸມໃສ່ປະຕິບັດບັນດາເປົ້າໝາຍ ໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ໄດ້ຮັບໝາກຜົນໃນຫຼາຍດ້ານ. ແລະ ອົງການປົກຄອງແຂວງ ຍັງໄດ້ສົມທົບ ກັບ ສະພາປະຊາຊົນແຂວງຈໍາປາສັກ ໃນການສ້າງ ນິຕິກຳ ລຸ່ມກົດໝາຍ ໃນການຈັດສັນພື້ນທີ່ທຳການຜະລິດ, ຊ່ວຍໃນການຄຸ້ມຄອງ ປ້ອງກັນການບຸກລຸກປ່າ, ຈັດສັນໃຫ້ມີ ການປູກ ການລ້ຽງ ໂດຍສະເພາະພືດເມືອງໜາວ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໃຫ້ດີຂຶ້ນເປັນກ້າວໆ.

ທ່ານ ລີນຄໍາ ດວງສະຫວັນ ໄດ້ກ່າວຈຸດປະສົງ ແລະລາຍງານການລົງເຄື່ອນໄຫວຕິດຕາມວຽກງານຄັ້ງນີ້ ແມ່ນ ໄດ້ເຮັດວຽກຮ່ວມກັບສະພາປະຊາຊົນແຂວງ ແລະ ບັນດາພະແນກການຂອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ການສົ່ງເສີມການຜະລິດກະສິກໍາ, ການຄຸ້ມຄອງການນໍາເຂົ້າສິນຄ້າ, ການຄຸ້ມຄອງລາຄາສິນຄ້າ ແລະ ການຟື້ນຟູປ່າໄມ້ ຢູ່ແຂວງຈໍາປາສັກ, ພ້ອມທັງຢ້ຽມຢາມ ເຮັດວວຽກທີ່ດ່ານສາກົນ ວັງເຕົ່າ, ເຂດພັດທະນາ ທ່ານບົກ ວັງເຕົ່າ ໂພນທອງ, ເຄື່ອນໄຫວຢ້ຽມຢາມເບິ່ງເຂດຜະລິດກະສິກໍາຢູ່ເມືອງປາກຊ່ອງ ຕື່ມອີກ.

ຂ່າວ: ທັດຊະນະ, ພາບ: ພູທິບສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments