Sunday, September 22, 2024
Homeຂ່າວຕ່າງປະເທດອັງກິດ ຍັງຄົງເປັນໜຶ່ງໃນບັນດາຜູ້ສົ່ງອອກສິນຄ້າຂອງ G7

ອັງກິດ ຍັງຄົງເປັນໜຶ່ງໃນບັນດາຜູ້ສົ່ງອອກສິນຄ້າຂອງ G7

ຂ່າວສານຫວຽດນາມ ປະຈຳ ລອນດອນ ລາຍງານວ່າ: ພາຍຫຼັງຖອນອອກຈາກສະຫະພາບເອີຣົບ (Brexit), ອັງກິດ ຍັງຄົງແມ່ນໜຶ່ງໃນບັນດາປະເທດທີ່ບໍລິການຂົນສົ່ງສິນຄ້າແຖວໜ້າໃນກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ເຖິງວ່າການສົ່ງອອກສິນຄ້າຂອງປະເທດຈະຫຼຸດລົງ.

ບົດວິເຄາະໂດຍອົງການປັບປຸງແກ້ໄຂບັນດາມາດຕະຖານ (Resolution Foundation) ຂອງ ອັງກິດ ໃຫ້ຮູ້ວ່າ: ນັບແຕ່ສັນຍາການຄ້າ ແລະ ການຮ່ວມມືພາຍຫຼັງ Brexit ກັບສະຫະພາບເອີຣົບ (EU) ມີຜົນສັກສິດໃນຕົ້ນປີ 2021, ການບໍລິການສົ່ງອອກສິນຄ້າ ຂອງອັງກິດ ໄດ້ເພີ່ມຂຶ້ນຫຼາຍກວ່າ 3,6% ສູງກວ່າບັນດາປະເທດຮັ່ງມີອື່ນໆ. ນີ້ໄດ້ຊີ້ໃຫ້ເຫັນວ່າຜູ້ບໍລິການສົ່ງອອກສິນຄ້າ ຂອງອັງກິດ ອາດຈະບໍ່ໄດ້ຮັບຜົນກະທົບຫຼາຍຈາກ Brexit.

ເມື່ອທຽບໃສ່ກັບການຄ້າດ້ານສິນຄ້າ, ການຄ້າດ້ານບໍລິການ ຂອງອັງກິດທີ່ຂຶ້ນກັບ EU ແມ່ນ ໜ້ອຍກວ່າ: ການບໍລິການຂົນສົ່ງສິນຄ້າໄປ EU ຈະຢູ່ປະມານ 36% ທຽບໃສ່ກັບ 47% ຂອງການສົ່ງອອກສິນຄ້າ. ບໍລິສັດທີ່ປຶກສາ ແລະ ທະນາຄານໃນລອນດອນ ໄດ້ຮັບຜົນປະໂຫຍດຈາກການຟື້ນຕົວໄວຂອງ ອາເມຣິກາ ຫຼັງພະຍາດລະບາດໂຄວິດ-19: ການບໍລິການຂົນສົ່ງສິນຄ້າຜ່ານມະຫາສະໝຸດ ອັດລັງຕິກ ເພີ່ມຂຶ້ນ 43% ເມື່ອທຽບໃສ່ກັບປີ 2018.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments