Sunday, September 22, 2024
Homeຂ່າວຕ່າງປະເທດຫວຽດນາມ - ຊູແອັດ ເພີ່ມທະວີການຮ່ວມມືດ້ານການຄ້າ

ຫວຽດນາມ – ຊູແອັດ ເພີ່ມທະວີການຮ່ວມມືດ້ານການຄ້າ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຍົກອອກຂໍ້ມູນໃນການຕ້ອນຮັບ ທ່ານນາງ ແອນ ມາເວ ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ໂດຍໃຫ້ຮູ້ວ່າ: ຊູແອັດ ແມ່ນຕະຫຼາດສຳຄັນສຳລັບ ຫວຽດນາມ ໃນບັນດາປະເທດຂຶ້ນກັບກຸ່ມ ເອີຣົບເໜືອ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ເປີດກວ້າງຂອບຂະໜາດດ້ານການຄ້າ 2 ຝ່າຍ, ຍ້ອນໂຄງປະກອບສິນຄ້ານຳເຂົ້າ – ສົ່ງອອກ ລະຫວ່າງ 2 ປະເທດ ບໍ່ພຽງແຕ່ສ້າງການແກ່ງແຍ່ງໂດຍກົງເທົ່ານັ້ນ ຫາກຍັງມີລັກສະນະເພີ່ມຕື່ມໃຫ້ແກ່ກັນ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ປະຊາຄົມວິສາຫະກິດຂອງ 2 ປະເທດສ້າງ, ປັບປຸງການພົວພັນຮ່ວມມື ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນສຳລັບບັນດາຂະແໜງສິນຄ້າ ຊຶ່ງຕ່າງຝ່າຍຕ່າງມີທ່າແຮງ ແລະ ຄວາມຕ້ອງການ ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ຜະລິດຕະພັນກະເສດ, ສິນໃນນ້ຳ… ຂອງ ຫວຽດນາມ ຫຼື ທາດເຄມີ, ຢາປິ່ນປົວ, ເຄື່ອງເອເລັກໂຕຣນິກ, ພາຫະນະເຄືຶ່ອງຈັກ ຂອງ ຊູແອັດ.

ຂ່າວລະບຸວ່າ: ໃນການຕ້ອນຮັບ, ທ່ານ ຫງວຽນຮົ່ງຢຽນ ຖືວ່າ: ໃນໄລຍະຈະມາເຖິງ, 2 ປະເທດຄວນຮ່ວມມືກັນຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນກວ່າເກົ່າ, ໂດຍສະເພາະແມ່ນໃນຂົງເຂດການຄ້າ ແລະ ການລົງທຶນ. ທ່ານນາງ ແອນ ມາເວ ຢືນຢັນວ່າ: ຍາມໃດ ຊູແອັດ ກໍປາຖະໜາຢາກເພີ່ມທະວີ ພັດທະນາການຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານ ແລະ ການພັດທະນາແບບຍືນຍົງ, ຊູແອັດ ມີບົດຮຽນຕົວຈິງຫຼາຍຢ່າງ ແລະ ບັນດາວິສາຫະກິດພວມມີບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີເພື່ອຊຸກຍູ້ການຫັນເປັນສີຂຽວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments