Sunday, September 22, 2024
Homeຂ່າວຕ່າງປະເທດປະທານສະມາຄົມການສຶກສາສາກົນໂຄດະມະ ຢ້ຽມຢາມໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ລາວ-ຍີ່ປຸ່ນ

ປະທານສະມາຄົມການສຶກສາສາກົນໂຄດະມະ ຢ້ຽມຢາມໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ລາວ-ຍີ່ປຸ່ນ

ໃນວັນທີ 10 ພຶດສະພາ 2023, ທ່ານ ນະກະມູລະ ເທຈິ, ປະທານສະມາຄົມໂພຊະນາການແຫ່ງຊາດຍີ່ປຸ່ນ ແລະ ທ່ານ ໂຄ ດະມະ ເຄຈິ, ປະທານສະມາຄົມການສຶກສາສາກົນໂຄດະມະ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຢ້ຽມຢາມໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ລາວ-ຍີ່ປຸ່ນຈຸດປະສົງເພື່ອປຶກສາຫາລືກັນກ່ຽວກັບການຊຸກຍູ້ວຽກງານໂພຊະນາການຂອງນັກຮຽນ.

ພາຍຫຼັງການຢ້ຽມຊົມສະຖານທີ່ ໂດຍສະເພາະເຮືອນຄົວ ແລະ ຫ້ອງອາຫານພາຍໃນໂຮງຮຽນ, ນັກໂພຊະນາການຂອງໂຮງຮຽນໄດ້ນໍາສະເໜີກ່ຽວກັບການປະຕິບັດວຽກງານໂພຊະນາການຂອງໂຮງຮຽນ ແລະ ໄດ້ມີການໂອ້ລົມແລກປ່ຽນກັນ, ສຸດທ້າຍໄດ້ມີການສັນຍາກັນລະຫວ່າງສອງຝ່ານໃນການຮ່ວມມືກັນສ້າງມາດຕະຖານໂພຊະນາການໃນໂຮງຮຽນ.  

Medialaos MMD (ແຫຼ່ງຂໍ້ມູນຈາກ: ອົງອຸຍແນັດສະໂກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments