Sunday, September 22, 2024
Homeຂ່າວຕ່າງປະເທດຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບຕາງໜ້າສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບຕາງໜ້າສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ

ໃນວັນທີ 11 ພຶດສະພາ 2023, ຕາງໜ້າສະຫະພັນການທ່ອງທ່ຽວ ພູເຂົາສາກົນ ໄດ້ເຂົ້າພົບ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈຸດປະສົງເພື່ອ ປຶກສາຫາລືກະກຽມຈັດຕັ້ງວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ທີ່ ສປປ ລາວ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ເພື່ອຟື້ນຟູອຸດສາຫະກຳການທ່ອງທ່ຽວ”.

ງານດັ່ງກ່າວ ປະກອບມີຫຼາຍກິດຈະກຳ ທີ່ຈະຈັດຕັ້ງຂື້ນ ເປັນຕົ້ນ:

  1. ຮັບຊົມການວາງສະແດງບັນດາຮູບພາບແຫຼ່ງທ່ອງທ່ຽວ ທາງພູເຂົາ
  2. ຮັບຊົມການວາງສະແດງເຄື່ອງຫັດຖະກຳ, ວັດທະນະທຳ ແລະ ຜະລິດຕະພັນການທ່ອງທ່ຽວລາວ
  3. ກອງປະຊຸມສຳມະນາ
  4. ເວທີປຶກສາຫາລື ເພື່ອສົ່ງເສີມ ແລະ ຟື້ນຟູອຸດສາຫະກໍາການທ່ອງທ່ຽວ
  5. ກອງປະຊຸມສົນທະນາແລກປ່ຽນ ລະຫວ່າງພາກທຸລະກິດ, ເປີດກວ້າງການດຳເນີນທຸລະກິດ

ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍຂອບໃຈ ມາຍັງສະຫະພັນທີ່ໄດ້ເລືອກເອົ ສປປ ລາວ ເປັນສະຖານທີ່ຈັດງານໃນຄັ້ງນີ້ ທັງໄດ້ເອົາໃຈໃສ່ຫ້າງຫາກະກຽມຈັດງານດັ່ງກ່າວອັນມີຜົນສຳເລັດຫຼາຍດ້ານ ຊຶ່ງທ່ານໄດ້ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ ຈະເປັນໂອກາດອັນດີໃນການເປີດກວ້າງການຮ່ວມມືດ້ານການທ່ອງທ່ຽວ ຊຶ່ງສປປ ລາວ ກໍມີທ່າແຮງໃນການທ່ອງທ່ຽວພູເຂົາ. 

ພາຍຫຼັງການຟື້ນຟູອຸດສາຫະກຳການທ່ອງທ່ຽວຂອງໂລກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍໄດ້ມີກິດຈະກຳສົ່ງເສີມການທ່ອງທ່ຽວ ຢູ່ ສປປ ລາວ ຢ່າງເນືອງນິດລຽນຕິດ ໂດຍສະເພາະ ພິທີຕ້ອນຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີນທາງ ໃນຂະບວນທຳອິດ  ການເປີດບໍລິການໂດຍສານສາກົນ ລົດໄຟລາວ-ຈີນ ຄັ້ງວັນທີ 13 ເມສາ 2023 ທີ່ສະຖານີລົດໄຟ  ນະຄອນຫລວງວຽງຈັນ ແລະ ບໍ່ເຕັນ, ແຂວງຫຼວງນ້ຳທາ ທີ່ຜ່ານມາ ອັນໄດ້ກາຍເປັນຂີດໝາຍທີ່ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນຕໍ່ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະຕໍ່ວຽກສົ່ງເສີມການທ່ອງທ່ຽວ ຖືວ່າເປັນການໂຄສະນາການທ່ອງທ່ຽວລາວໃຫ້ແກ່ຕະຫຼາດທ່ອງທ່ຽວ ສປ ຈີນ ກວ້າງຂວາງສົມຄວນ  ແລະ ບັນດາສື່ມວນຊົນລາວ, ສື່ມວນຊົນ ສປ ຈີນ ກໍ່ໄດ້ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວລາວຢ່າງເປັນປົກກະຕິ ລວມທັງໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ ເຮັດໃຫ້ນັກທ່ອງທ່ຽວຈີນ ກາຍເປັນເປົ້າໝາຍຕະຫຼາດການທ່ອງທ່ຽວ ທີ່ມີກຳລັງຊື້ຫຼາຍທີ່ສຸດຂອງລາວ.

ສຳລັບວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ເພື່ອຟື້ນຟູອຸດສາຫະກຳການທ່ອງທ່ຽວ” ມີແຜນການຈະຈັດຂື້ນໃນລະຫວ່າງວັນທີ 28 ພຶດສະພາ ຫາ 1 ມີຖຸນາ 2023 ທີ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ສປປ ລາວ ຊຶ່ງຈະໄດ້ເຊື້ອເຊີນບັນດາສະຖານທູດ ຕ່າງປະເທດ ປະຈຳ ສປປ ລາວ, ພາກລັດ, ຜູ້ປະກອບການທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມ.

ຄຽງຄູ່ກັບການຈັດງານທີ່ສປປ ລາວແລ້ວ ຍັງມີກິດຈະກຳປິ່ນອ້ອມ ເພື່ອສົນທະນາແລກປ່ຽນ ລະຫວ່າງພາກທຸລະກິດການທ່ອງທ່ຽວພູເຂົາ ທີ່ ປະເທດມາເລເຊຍ, ອິນໂດເນເຊຍ ໃນວັນທີ 30 ພຶດສະພາ 2023.

ໃນໂອກາດປຶກສາຫາລືຄັ້ງນີ້, ທ່ານ ຮອງລັດຖະມົນຕີ ກໍໄດ້ມອບໝາຍໃຫ້ ກົມວິຊາການ ສົມທົບກັບ ສະຫະພັນການທ່ອງທ່ຽວພູເຂົາສາກົນ ເພື່ອແລກປ່ຽນປະສານງານດ້ານວິຊາການ ໃນການຮ່ວມກັນຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມລະດັບຄາດໝາຍ.

Medialaos MMD

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments