Sunday, September 22, 2024
Homeຂ່າວຕ່າງປະເທດຈຳນວນກໍລະນີຜູ້ຕິດເຊື້ອໂຄວິດ-19 ຢູ່ ສິງກະໂປ ເພີ່ມຂຶ້ນອີກ

ຈຳນວນກໍລະນີຜູ້ຕິດເຊື້ອໂຄວິດ-19 ຢູ່ ສິງກະໂປ ເພີ່ມຂຶ້ນອີກ

ຂ່າວສານຫວຽດນາມລາຍງານວ່າ: ໂຕເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ສິງກະໂປ ເພີ່ມຂຶ້ນອີກເທື່ອໜຶ່ງ ແລະ ໄດ້ຮັບການລາຍງານຢູ່ໃນລະດັບທີ່ຂ້ອນຂ້າງສູງ, ໃນຈຳນວນໂຕເລກຂອງຄົນເຂົ້າໂຮງໝໍກໍຄືຈຳນວນໂຕເລກຂອງຄົນເຈັບທີ່ຕ້ອງການການປິ່ນປົວພິເສດ (ICU) ຂອງປະເທດໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນ 2 ເດືອນຜ່ານມາ.

ໂຕເລກຂອງກະຊວງສາທາລະນະສຸກ ສິງກະໂປ ສະແດງໃຫ້ເຫັນວ່າ: ໃນທ້າຍເດືອນ 4 ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍສະເລ່ຍຕໍ່ມື້ໄດ້ເພີ່ມຂຶ້ນເກືອບສອງເທົ່າເມື່ອທຽບໃສ່ກັບທ້າຍເດືອນ 3, ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 320 ຄົນຕໍ່ມື້. ຈຳນວນກໍລະນີຜູ້ຕິດເຊື້ອໂຄວິດ-19 ໃນອາທິດນັ້ນຍັງສູງກວ່າ 4 ເທົ່າເມື່ອທຽບໃສ່ກັບຕົ້ນປີ.

ໃນຈຳນວນຄົນເຈັບເຂົ້າຮັບການຮັກສາໃນໂຮງໝໍເພີ່ມຂຶ້ນ ເນື່ອງຈາກພະຍາດລະບາດໂຄວິດ-19 ລວມເຖິງສາເຫດອື່ນໆ ເຮັດໃຫ້ຕຽງນອນສຳລັບຄົນເຈັບຢູ່ໂຮງໝໍບໍ່ພຽງພໍ.

ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢູ່ ສິງກະໂປ ເພີ່ມຂຶ້ນສູງຄືກັບຈໍານວນຄົນເຈັບທີ່ເປັນພະຍາດລະບົບທາງເດີນຫາຍໃຈ ທີ່ເຂົ້າປິ່ນປົວຢູ່ຄລີນິກທົ່ວໄປໃນປະເທດເພີ່ມຂຶ້ນເປັນ 3.000 ກວ່າຄົນຕໍ່ມື້ ໃນ 3 ອາທິດທຳອິດຂອງເດືອນ 4. ໂຕເລກນີ້ໄດ້ເພີ່ມຂຶ້ນສູງກວ່າ 2 ເທົ່າ ເມື່ອທຽບໃສ່ກັບໄລຍະເວລາດຽວກັນຂອງປີ 2022.

ເຖິງຢ່າງໃດກໍຕາມ, ໃນຈຳນວນປະຊາກອນສິງກະໂປ ຫຼາຍກວ່າ 80% ໄດ້ຮັບວັກຊີິນກັນໂຄວິດ-19 ຢ່າງໜ້ອຍ 3 ເຂັມ. ສະນັ້ນ, ກໍລະນີສ່ວນຫຼາຍແມ່ນຍັງຢູ່ໃນລະດັບອ່ອນເຖິງປານກາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments