Sunday, September 22, 2024
Homeຂ່າວກິລາປະທານ ຄພລ ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກກິລາຄົນພິການ ກຽມຮ່ວມ “ອາຊຽນ ພາຣາເກມ”

ປະທານ ຄພລ ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກກິລາຄົນພິການ ກຽມຮ່ວມ “ອາຊຽນ ພາຣາເກມ”

ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກກິລາຄົນພິການທີມຊາດລາວ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຫຼື “ອາຊາຽນ ພາຣາເກມ” ຄັ້ງທີ 12 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023 ໂດຍຈະມີການຊີງໄຊທັງໝົດ 14 ປະເພດກິລາ ໃນນີ້ສະເພາະສປປ ລາວ ຈະສົ່ງນັກກິລາຮ່ວມ 89 ຄົນ, ຍິງ 35 ຄົນ ຈາກ 7 ປະເພດກິລາ.

ເມື່ອລະຫວ່າງວັນທີ 9-10 ພຶດສະພາ 2023 ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄພລ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ ຄພລ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ຈຳນວນ 7 ປະເພດກິລາ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ທີ່ປະເທດກຳປູເຈຍ ຊຶ່ງໃນການລົງຕິດຕາມ ແລະ ຢ້ຽມຢາມການຫ້າງຫາກະກຽມຂອງຄະນະຄູຝຶກ ແລະ ທັບນັກກິລາ ທີ່ກຳລັງດຳເນີນການຝຶກແອບຢ່າງເອົາຈິງເອົາຈັງ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າແຕ່ລະສະໜາມກິລາ ໂດຍສະເພາະສະໜາມກິລາແຫ່ງຊາດ (ຫຼັກ 16) ແມ່ນກິລາລອຍນໍ້າ, ສູນຟື້ນຟູຄົນພິການ ແມ່ນກິລາໂກນບອນ ແລະ ກິລາບານບ້ວງລໍ້ເລື່ອນ, ສູນຝຶກບຶງຂະຫຍອງ ແມ່ນກິລາບັອດເຊຍ, ສະໜາມກິລາເຈົ້າອານຸວົງ ແມ່ນກິລາ ແລ່ນ-ລານ ແລະ ກິລາຍົກນໍ້າໜັກ ແລະ ກິລາບານເຕະ ທີ່ສະໜາມກິລາຫຍ້າທຽມເຟີຣາຣີ. ໂອກາດດັ່ງກ່າວ ທາງຄະນະຄູຝຶກ ແລະ ນັກກິລາ ກໍໄດ້ມີການລາຍງານໃຫ້ຮູ້ເຖິງການດຳເນີນຊີວິດເປັນຢູ່ ໃນປັດຈຸບັນ ໂດຍສະເພາະທາງດ້ານຄວາມພ້ອມ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ຄະນະປະທານຮັບຮູ້ ເພື່ອປັບປຸງແກ້ໄຂທັນຕາມເງື່ອນໄຂ ແລະ ສະພາບຄວາມເປັນຈິງ.

ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ພ້ອມທັງໃຫ້ກຳລັງໃຈແກ່ຄະນະຄູຝຶກ ແລະ ນັກກິລາຄົນພິການລາວ ພ້ອມກັນໃຫ້ມີຄວາມອົດທົນສູ້ຊົນຜ່ານຜ່າອຸປະສັກຕ່າງໆນານາ ໃນໄລຍະການກະກຽມຄວາມພ້ອມ ໂດຍສະເພາະນັກກິລາແມ່ນຂໍໃຫ້ຕັ້ງໃຈຢ່າງແທ້ຈິງເຂົ້າໃນການຝຶກຊ້ອມ ແລະ ຂໍຝາກໄວ້ 3 ຢ່າງ ຄື ຕັ້ງໃຈ ໝັ້ນໃຈ ແລະ ຕ້ອງມີຈັນຍາບັນຂອງການເປັນນັກກິລາ ເພື່ອສ່ວນລວມ ເພື່ອປະເທດຊາດ ເພື່ອຕົວຂອງນັກກິລາເອງ ກໍຄື ເພື່ອບົດບາດມາສູ່ປະເທດຊາດຂອງພວກເຮົາ ເຖິງວ່າຈະບໍ່ໄດ້ຮັບຜົນສຳເລັດກໍຕາມ ກໍຖືວ່າພວກເຮົາເຮັດຢ່າງສຸດຄວາມສາມາດແລ້ວ.

ການແຂ່ງຂັນກິລາ “ອາຊຽນພາຣາເກມ” ຄັ້ງທີ 12 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ຈະມີການຊີງໄຊທັງໝົດ 14 ປະເພດກິລາ, ໃນນັ້ນ ສປປ ລາວ ແມ່ນຈະສົ່ງນັກກິລາຄົນພິການທີມຊາດລາວ ເຂົ້າຮ່ວມທັງໝົດ 89 ຄົນ, ຍິງ 35 ຄົນ, ແຕ່ລະປະເພດກິລາ ແມ່ນໄດ້ເຂົ້າສູນຝຶກຊ້ອມເລີ່ມແຕ່ວັນທີ 13 ມີນາ 2023 ເຖິງວັນທີ 28 ພຶດສະພາ 2023 ກ່ອນໃນວັນທີ 31 ພຶດສະພາ 2023 ຈະເລີ່ມອອກເດີນທາງເຂົ້າຮ່ວມແຂ່ງຂັນງານດັ່ງກ່າວເປັນທາງການ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments