Saturday, October 19, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ພົບປະກັບຜູ້ນຳປະເທດເພື່ອນມິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

ນາຍົກລັດຖະມົນຕີ ພົບປະກັບຜູ້ນຳປະເທດເພື່ອນມິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນຳໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນ ເມືອງລາບວນ ບາໂຈ ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 9 ພຶດສະພາ 2023, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42, ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ທີ່ຈະມີຂຶ້ນໃນວັນທີ 10-11 ພຶດສະພາ 2023, ຕາມຄໍາເຊື້ອເຊີນຂອງ ພະນະທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນຖານະເປັນປະທານອາຊຽນ ປີ 2023.

ໃນຕອນແລງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ. ໃນການພົບປະ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການເຊື້ອເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ເປັນຄັ້ງທຳອິດ ພາຍຫຼັງທີ່ທ່ານໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງ ທ່ານ ໂຈໂກ ວິໂດໂດ ການເປັນປະທານອາຊຽນຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ອິນໂດເນເຊຍ ທີ່ສືບຕໍ່ຮັກສາໄດ້ການພົວພັນທີ່ດີນຳກັນຕະຫຼອດມາ, ສອງຝ່າຍ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ, ໄດ້ມີການຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນ ຈະເພີ່ມທະວີຊຸກຍູ້ການພົວພັນຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນການຄ້າ-ການລົງທຶນ, ການສົ່ງເສີມການຮ່ວມມືສອງຝ່າຍຂອງພາກເອກະຊົນ ດ້ານພະລັງງານ, ການພັດທະນາໂຄງລ່າງການເຊື່ອມໂຍງ-ເຊື່ອມຈອດ, ການທ່ອງທ່ຽວ ແລະ ອື່ນໆ, ຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປະສານສົມທົບກັນເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງປະເທດ ໄດ້ເຫັນດີແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີໝາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊາດສອງປະເທດ ລາວ-ອິນໂດເນເຊຍ. ສອງຝ່າຍ ເຫັນດີໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຂອບການຮ່ວມມື ອາຊຽນ, ອາເຊັມ, ສປຊ ແລະ ອື່ນໆ, ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຕາອຸລ ມາຕັນ ຣວກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຊຶ່ງ ສອງຝ່າຍ ເຫັນດີຈະເພີ່ມທະວີການພົວພັນຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ. ພ້ອມນີ້ ກໍໄດ້ປຶກສາຫາລືກັນ ກ່ຽວກັບ ການຈັດຕັ້ງກົນໄກການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ການຈັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JC), ປຶກສາຫາລື ກ່ຽວກັບ ການແລກປ່ຽນທີ່ດິນເພື່ອປຸກສ້າງສະຖານທູດຂອງກັນ ແລະ ກັນ ເພື່ອເຮັດໜ້າທີ່ເປັນຂົວຕໍ່ ລະຫວ່າງ ສອງຝ່າຍ, ໂດຍສະເພາະການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ນັບມື້ແຫນ້ນແຟ້ນຍິ່ງຂຶ້ນໃນຕໍ່ໜ້າ. ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ຕີມໍ ເລສເຕ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ຍິນດີຈະແລກປ່ຽນບົດຮຽນ ກ່ຽວກັບ ການເຂົ້າເປັນສະມາຊິກອາຊຽນ ໃຫ້ແກ່ຝ່າຍ ຕີມໍ- ເລສເຕ ຊຶ່ງຈະເປັນປະໂຫຍດໃນການກະກຽມຄວາມພ້ອມດ້ານຕ່າງໆ ກໍຄື ການຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອກ້າວໄປສູ່ການເປັນສະມາຊິກຂອງຄອບຄົວອາຊຽນຢ່າງສົມບູນ. ໃນຂະນະດຽວກັນ, ທ່ານ ຕາອຸລ ມາຕັນ ຣວກ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕີມໍ-ເລສເຕ ໃນການເຂົ້າເປັນສະມາຊິກຂອງຄອບຄົວອາຊຽນ. ພ້ອມນີ້, ກໍໄດ້ເຫັນດີໃຫ້ມີການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍ ໃນໂອກາດທີ່ມີຄວາມສະດວກນຳກັນ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments