Sunday, October 20, 2024
Homeຂ່າວໜ້າໜຶ່ງກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 60 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງຊຽງຂວາງ

ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 60 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງຊຽງຂວາງ

ວັນທີ 10 ພຶດສະພາ 2023 ຢູ່ທີ່ພະແນກ ຖວທ ແຂວງ ຊຽງຂວາງ ກົມສື່ມວນຊົນ ກະຊວງ ຖວທ ໄດ້ຈັດພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງຊຽງຂວາງ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການ, ມີ ທ່ານ ສີວິໄລ ແສງວິໄລ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງຊຽງຂວາງ ທັງເປັນຜູ້ຊີ້ນໍາ ຂົງເຂດວຽກງານວັດທະນາທຳ-ສັງຄົມ, ທ່ານຫົວໜ້າກົມສື່ມວນຊົນ, ກົມກວດກາ, ຫົວໜ້າພະແນກ, ຮອງພະແນກ ຖວທ, ຫົວໜ້າ-ຮອງຫົວໝ້າຫ້ອງການ ຖວທ  ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້ົ້າຮ່ວມ.

ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້້ ປະກອບມີ 60 ຊຸດ ໃນນີ້ ປະກອບມີເຄື່ອງຂະຫຽາຍສຽງ 60   ໜ່ວຍ ,ດອກປາກເລີ 240 ຊຸດ ສາຍໂທລະໂຄ່ງ 120ກໍ້ (24,000ແມັດ) ໄມໂຄໂຟນ 60 ອັນ, ປັກສຽບໄຟຟ້າ 60 ອັນ, ຢູເອັດບີ 16 ກີກ 60 ອັນ, ເຄື່ຶອງຮັບສັນຍານວິທະຍຸ 60 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ 60 ຊຸດ ແລະ ອຸປະກອນເສີມອີກຈະນວນໜື່ງ ໂດຍມອບໃຫ້ 6 ເມືອງ 60ບ້ານ ຄື: ເມືອງແປກ 13 ບ້ານ, ເມືອງຄໍາ 12 ບ້ານ, ເມືອງໜອງແຮດ 12 ບ້ານ, ເມືຶອງພູກູດ 12 ບ້ານ, ເມືອງຄູນ 5 ບ້ານ ແລະ ເມືອງຜາໄຊ 6ບ້ານ

ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນກະຊວງ ຖວທ  ຮັບໂດຍ ທ່ານ ຄອນສະມຸດ ບຸນແພງພັນ ຫົວໜ້າພະແນກ ຖວທ ແຂວງ ໂດຍຊ່ອງໜ້າທ່ານ ຂອງ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ສີວິໄລ ແສງວິໄລ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້່າຮ່ວມເປັນສັກຂີພະຍານ

ພາຍຫຼັງໄດ້ຈັດພິມອບ-ຮັບຊຸດອຸປະກອນໂທລະໂຄ່ງແລ້ວ ກໍ່ໄດ້ຝືກອົບຮົມກ່ຽວກັບຄວາມຮູ້ພື້ນຖານດ້ານເຕັກນິກຕິດຕັ້ງໂທລະໂຄ່ງ,ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາຢ່າງຖືກຕ້ອງເພື່ອໃຫ້ມີຍືນຍົງໃຫ້ແກ່ພະນັກງານວິຊາການເຕັກນີກຂອງແຂວງ ແລະ ບັນດາ 6 ເມືອງເປົ້າໝາຍ ໃນຕອນທ້າຍຂອງພິທີບັນດາຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮັບຟັງການໂອລົມ ຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ສີວິໄລ ແສງວິໄລ ຮອງເຈົ້າແຂວງ ແຂວງຊຽງຂວາງ ຕື່ມອີກ ຊຸດຝືກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments