Monday, October 21, 2024
Homeຂ່າວຕ່າງປະເທດຫລາຍປະເທດຜະເຊີນອາກາດຮ້ອນແຮງຫລາຍກວ່າ 40 ອົງສາ

ຫລາຍປະເທດຜະເຊີນອາກາດຮ້ອນແຮງຫລາຍກວ່າ 40 ອົງສາ

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ​ແຫ່ງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ສະພາບ​ອາກາດ​ຢູ່ອາຊີຕາເວັນອອກສຽງໃຕ້ (ອາ​ຊຽນ) ພວມ​ຜະ​ເຊີນ​ກັບອາກາດຮ້ອນ​ແຮງສ້າງສະຖິຕິໃນປະຫວັດສາດຢູ່​ຫລາຍປະເທດ ​ໂດຍ​ສະ​ເພາະ ສປປ ລາວ, ໄທ, ສສ ຫວຽດນາມ ​ແລະ ມຽນມາ ມີອາກາດຮ້ອນຫລາຍ ນັບຕັ້ງແຕ່ຕົ້ນເດືອນເມສາເປັນຕົ້ນມາ ​ໂດຍ​ສະ​ເພາະອຸນຫະພູມສະເລ່ຍສູງສຸດຢູ່ໄທ ແມ່ນສູງເຖິງ 40 ອົງສາ ໃນທົ່ວປະເທດ, ຖ້າຢູ່ໃນຕົວເມືອງຈະສູງຫລາຍກວ່າ 50 ອົງສາ.ສະ​ເພາະ​ໃນເດືອນເມສາ ແລະ ພຶດສະພາຂອງທຸກປີ ແມ່ນໄລຍະທີ່ມີສະພາບອາກາດຮ້ອນທີ່ສຸດຢູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ເພາະວ່າກ່ອນຈະຮອດລະດູຝົນອຸນຫະພູມຈະສູງຂຶ້ນ. ຂະນະ​ທີ່ຊ່ຽວຊານອຸຕຸນິຍົມ ແຈ້ງເຕືອນວ່າ: ຄຽງຄູ່ກັບດິນຟ້າອາກາດ ມີການປ່ຽນແປງຮ້າຍແຮງຂຶ້ນ, ອຸນຫະພູມສູງແບບບໍ່ເຄີຍມີມາກ່ອນຈະນັບມື້ນັບມີຫລາຍຂຶ້ນ​ໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments