Saturday, October 19, 2024
Homeຂ່າວພາຍໃນກອງປະຊຸມສະຫລຸບ ແລະ ວາງແຜນການ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ ຢູ່ ລາວ ປະຈຳປີ 2022 ແລະ 2023

ກອງປະຊຸມສະຫລຸບ ແລະ ວາງແຜນການ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ ຢູ່ ລາວ ປະຈຳປີ 2022 ແລະ 2023

ໃນຕອນເຊົ້າວັນທີ 9/5/2023 ໄດ້ໄຂກອງປະຊຸມການຈັດຕັ້ງປະຕິບັດວຽກງານ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ເມືອງປາກຊັນ ແຂວງບລິຄຳໄຊ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຮອງຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານ ວັນນະສີນ ສີມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີຜູ້ເຂົ້າຮ່ວມຈາກສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ຫົວໜ້າແລະນັກວິຊາການຈາກສະຖານີວິທະຍຸ5ແຂວງ ພາກກາງ ແລະ ພາກໃຕ້ຄື: ແຂວງ ສະຫວັນນະເຂດ, ແຂວງ ຄຳມ່ວນ, ແຂວງ ສາລະວັນ, ແຂວງ ເຊກອງ, ແຂວງ ຈຳປາສັກ ເຊີ່ງມີຜູ້ເຂົ້າຮ່ວມເກືອບ 30 ຄົນ.

ກອງປະຊຸມດັ່ງກ່າວແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ໂຄສະນາຜົນຮ້າຍຂອງລະເບີດພບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2022  ແລະ ທິດທາງແຜນການປີ 2023, ລາຍງານແຜນກິດຈະກຳ, ຂໍ້ສະດວກ, ຂໍ້ຫຍຸ້ງບາກ, ສີ່ງທ້າທາຍ, ປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານ, ປະສົບການກ່ຽວກັບການໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ຜ່ານລາຍການວິທະຍຸ, ປຶກສາຫາລື ການພົວພັນປະສານງານຂອງໜ່ວຍງານປະສານງານວຽກງານໂຄສະນາຂັ້ນສູນກາງ ແລະ ທ້ອງຖີ່ນ, ປຶກສາຫາລືການພັດທະນາວິທີການ ແລະ ຮູນແບບການໂຄສະນາຜ່ານລາຍການວິທະຍຸແລະໂທລະໂຄ່ງໃຫ້ດີຂຶ້ນກວ່າເກົ່າ,  ຜ່ານແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ( ເສັ້ນທາງກ້າວສູ່ຄວາມປອດໄພ III) ໄລຍະປີ 2021-2030, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX, ແຜນການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ສຳລັບປີ 2022-2025 ທີ່ຕິດພັນກັບການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດທັນແຕກ ເຊີ່ງກອງປະຊຸມນີ້ຈະດຳເນີນໄປເປັນເວລາ 2 ວັນ.

Medialaos MMD

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments