Saturday, September 21, 2024
Homeຂ່າວກິລາອອກເດີນທາງແລ້ວ ຄະນະນັກກິລາບານສົ່ງຫາດຊາຍລາວ ຮ່ວມ “ພະນົມເປັນ ເກມ 2023”

ອອກເດີນທາງແລ້ວ ຄະນະນັກກິລາບານສົ່ງຫາດຊາຍລາວ ຮ່ວມ “ພະນົມເປັນ ເກມ 2023”

ຄະນະນັກກິລາບານສົ່ງຫາດຊາຍທີມຊາດລາວ ຊຶ່ງເປັນກິລາທີ່ນອນໃນ 11 ປະເພດກິລາ ທີ່ນຳໃຊ້ງົບປະມານກຸ້ມຕົນເອງ 100 ເປີເຊັນ ໄດ້ອອກເດີນທາງເປັນທີ່ຮຽບຮ້ອຍແລ້ວ ເພື່ອສົມທົບກັບທັບນັກກິລາລາວ ໄລ່ລ່າຫຼຽນຄຳ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ 2023” ຊຶ່ງກິລາດັ່ງກ່າວ ແມ່ນຈະເລີ່ມແຂ່ງຂັນລະຫວ່າງວັນທີ 11-16 ພຶດສະພານີ້.

ໃນຕອນເຊົ້າວັນທີ 9 ພຶດສະພາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະນັກກິລາບານສົ່ງຫາດຊາຍທີມຊາດລາວ ໄດ້ອອກເດີນທາງເປັນທີ່ຮຽບຮ້ອຍແລ້ວ ດ້ວຍສາຍການບິນຫວຽດນາມແອລາຍ ນຳທັບໂດຍ ທ່ານ ສຸລິເນດ ໄຊຍະເດດ ຮອງປະທານສະຫະພັນກິລາບານສົ່ງແຫ່ງຊາດລາວ ໂດຍການນຳສົ່ງ ແລະ ເປັນກຳລັງໃຫ້ທັບນັກກິລາຂອງ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ, ມີຄູຝຶກ ແລະ ນັກກິລາ ຕະຫຼອດຮອດຍາດຕິພີ່ນ້ອງນັກກິລາ ແລະ ມວນຊົນຊາວລາວ ຮ່ວມອວຍພອນໃຫ້ເດີນທາງດ້ວຍຄວາມປອດໄພ ແລະ ດ້ວຍຄວາມສະຫວັດດີພາບ.

ສຳລັບຄະນະນັກກິລາບານສົ່ງຫາດຊາຍຊຸດນີ້ ນຳທີມໂດຍ ທ່ານ ສຸລິເນດ ໄຊຍະເດດ ຮອງປະທານສະຫະພັນກິລາບານສົ່ງແຫ່ງຊາດລາວ ສ່ວນຄູຝຶກກໍແມ່ນ ທ່ານ ພັນໂທ ທິນນະກອນ ພັນທະດີ ແລະ ນັກກິລາ ກໍປະກອບມີ ຮ້ອຍໂທ ຄຳປຽນ ສັນຍາຮັກ, ສິບຕີ ຈັນສະບັບ ຈັນທອງແດງ, ບຸນມີໄຊ ພົມມະຈັນ ແລະ ລິດ ໄຊຄຳມູນ.

ການແຂ່ງຂັນກິລາບານສົ່ງຫາດຊາຍ ໃນ “ພະນົມເປັນ ເກມ 2023” ຈະເລີ່ມໃນລະຫວ່າງວັນທີ 11-16 ພຶດສະພານີ້ ຊຶ່ງຈະມີການຊີງໄຊທັງໝົດ 2 ຫຼຽນຄຳ ສະເພາະ ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 4 ຄົນ ກໍຄື 2 ທີມ ຮ່ວມຊີງໄຊພຽງ 1 ລາຍການ.

ພິເສດທີ່ສຸດໃນລາຍການນີ້ ສະຫະພັນບານສົ່ງແຫ່ງຊາດລາວ ໄດ້ສົ່ງ ພັນໂທ ນາງ ວັນຊະນະ ສີວົງຊໍາ ກຳມະການຕັດສິນກິລາບານສົ່ງຫາດຊາຍຍິງ ຊຶ່ງເປັນຄັ້ງທຳອິດຂອງວົງການກິລາບານສົ່ງລາວ ທີ່ໄດ້ມີບົດບາດ ແລະ ສ່ວນຮ່ວມໃນການແຂ່ງຂັນລະດັບ ຊີເກມ ເຂົ້າຮ່ວມຕັດສິນການແຂ່ງຂັນ ແລະ ພັນໂທ ນາງ ວັນຊະນະ ສີວົງຊໍາ ກໍໄດ້ອອກເດີນທາງກ່ອນໜ້ານີ້ເຖິງຣາຊະອານາຈັກ ກຳປູເຈຍ ໃນວັນທີ 8 ພຶດສະພາ ຜ່ານມາ. ຂະນະທີ່ຜົນງານຂອງທັບນັກກິລາບານສົ່ງຫາດຊາຍລາວ ຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ທ່ານຊາບຕື່ມອີກ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments