Sunday, September 22, 2024
Homeຂ່າວການເມືອງເຈົ້າແຂວງ ສະຫວັນນະເຂດ ສະຫາຍ ບຸນໂຈມ ອຸບົນປະເສີດ ຕ້ອນຮັບການເຂົ້າຢ້ຽມຢາມຂອງສະມາຄົມນັກຮົບເກົ່ານະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ.

ເຈົ້າແຂວງ ສະຫວັນນະເຂດ ສະຫາຍ ບຸນໂຈມ ອຸບົນປະເສີດ ຕ້ອນຮັບການເຂົ້າຢ້ຽມຢາມຂອງສະມາຄົມນັກຮົບເກົ່ານະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ.

ວັນທີ7ພຶດສະພາ2023ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອຮັບການເຂົ້າຢ້ຽມຢາມຂອງສະມາຄົມນັກຮົບເກົ່ານະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາທ່ຽວຊົມຮ່ອງຮອຍສະໜາມຮົບເກົ່າຢູ່ແຂວງ ສະຫວັນນະເຂດ ສປປລາວ ໂດຍການນໍາພາຄະນະສະມາຄົມນັກຮົບເກົ່ານະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ ຂອງສະຫາຍ ພັນເອກ ພິເສດ ຫງວຽນວັນໄບ້ ປະທານສະມາຄົມນັກຮົບເກົ່າຕາແສງຟຸກຫ່າ ນະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ,ມີສະຫາຍ ພັນເອກ ສຸລິວຽງ ຊ່ຽນສະຫວັນ ປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ,,ມີຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງພາຍໃນແຂວງສະຫວັນນະເຂດເຂົ້າຮ່ວມຕ້ອນຮັບ.

ໂອກາດກ່າວຕ້ອນຮັບ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຍິນຕ້ອນຮັບຢ່າງອົບອຸ່ນຕໍ່ສະມາຄົມນັກຮົບເກົ່າຈາກນະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ ທີ່ມາທ່ຽວຊົມຮ່ອງຮ້ອຍປະຫວັດສາດທີ່ແຂວງສະຫວັນນະເຂດ ພ້ອມດຽວກັນກໍ່ໄດ້ມີການນໍາສະເໜີສະຖານທີ່ທ່ຽວຊົມທາງທໍາມະຊາດ ແລະ ວັດທະນະທໍາທີ່ເປັນເອກະລັກ ແລະ ໜ້າສົນໃຈຂອງແຂວງສະຫວັນນະເຂດ ເພື່ອໃຫ້ສະມາຄົມນັກຮົບເກົ່າຈາກນະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ ໄດ້ໄປທ່ຽວຊົມນໍາອີກ.ທັງນີ້ ສະຫາຍຍັງໄດ້ຕີລາຄາສູງມູນເຊື້ອສາຍພົວພັນມິດຕະພາບແບບພິເສດຂອງສອງຊາດລາວ-ຫວຽດນາມ,ຫວຽດນາມ-ລາວ ໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍດີຕະຫຼອດມາ.

ໃນການເຂົ້າຢ້ຽມສະຫາຍ ພັນເອກ ພິເສດ ຫງວຽນວັນໄບ້ ປະທານສະມາຄົມນັກຮົບເກົ່າຕາແສງຟຸກຫ່າ ນະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມຕາງໜ້າຄະນະໄດ້ກ່າວສະແດງຄວາມຂອບໃຈຕໍ່ການນໍາຂອງແຂວງສະຫວັນນະເຂດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບຢ່າງແທ້ຈິງ ແລະ ສະຫາຍກ່າວອີກວ່າ:ການມາຢ້ຽມຢາມແຂວງສະຫວັນນະເຂດ ກໍ່ເພື່ອເປັນການນໍາພາບັນດາສະຫາຍນັກຮົບເກົ່າຈາກນະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມມາເບິງ,ມາທ່ຽວຊົມ ແລະ ໄດ້ມາສໍາພັດໂຕຈິງຮ່ອງຮອຍປະຫວັດສາດ ໃນການປະຕິວັດ ທີ່ອະດີດທັງສອງປະເທດ ລາວ-ຫວດນາມ,ຫວຽດນາມ-ລາວ ເຄີຍໄດ້ສາມັກຄີກັນ,ຄຽງບ່າຄຽງໄຫຼ່,ເດັດດ່ຽວໜຽວແໜ້ນໃນການຕໍ່ສູ້ຂັບໄລ່ສັດຕູໂຕດຽວກັນຈົນໄດ້ຮັບໄຊຊະນະ ແລະ ໄຊຊະນະດັ່ງກ່າວ ຍັງໄດ້ປະບາດແຜ່ຂອງສົ່ງຄາມ ທີ່ສ້າງຄວາມສູນເສຍຕໍ່ຊີວິດປະຊາຊົນ,ນັກຮົບປະຕິວັດ ແລະ ວັດຖຸຕ່າງໆຂອງທັງສອງປະເທດເປັນຈໍານວນຫຼວງຫຼາຍ.

ຈາກນັ້ນສະມາຄົມນັກຮົບເກົ່າຈາກນະຄອນຖ່າຍຫງວຽນ ແຂວງຖ່າຍຫງວຽນ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ໂດຍການຕ້ອນຮັບຂອງພັນເອກ ສຸລິວຽງ ຊ່ຽນສະຫວັນ ປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດພ້ອມຄະນະໃຫ້ການຕ້ອນ.

ທັງນີ້ກໍ່ເພື່ອເປັນການຮັດແໜ້ນຄວາມສາມັກຄີ,ການພົວພັນຮ່ວມມືຮອບດ້ານ,ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນວຽກງານຕ່າງໆ ແລະ ການພົວພັນຮ່ວມມືແບບພິເສດຂອງສອງຊາດ ຫວຽດນາມ-ລາວ,ລາວ-ຫວຽດນາມ ໃຫ້ນັບມື້ໜັກແໜ້ນຍິງຂຶ້ນໄປ.

ຂ່າວ-ພາບ:ວິລະພົງ ທະຫານແຂວງ ສະຫວັນນະເຂດ

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments